• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງດ້ຽນບຽນ ບໍ່ຈັດງານບຸນດອກສ້ຽວປ່າເພື່ອຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ງານບຸນດອກສ້ຽວປ່າ ແມ່ນງານບຸນເພື່ອໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຮູບແບບມໍລະດົກວັດທະນະທຳຊົນເຜົ່າຂອງແຂວງ ດ້ຽນບຽນ
ດອກສ້ຽວປ່າ
(ພາບປະກອບ: TTXVN)
      ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ປະກາດໃຊ້ເອກະສານກ່ຽວກັບເລື່ອງ ບໍ່ຈັດຕັ້ງງານບຸນດອກສ້ຽວປ່າ ແລະ ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ຄັ້ງທີ 7. ແຂວງ ດ້ຽນບຽນ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ຂະແໜງການແຂວງ, ຄະນະກຳມະການປະຊາຊົນບັນດາເມືອງ, ເທດສະບານເມືອງ, ນະຄອນ ແລະ ສະເໜີໃຫ້ບັນດາຄະນະ, ອົງການຈັດຕັ້ງສັງຄົມພາຍໃນແຂວງ ຈົ່ງປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຜ່ານນັ້ນກໍ່ປະກອບສ່ວນຄວບຄຸມໂລກລະບາດໃນບໍລິເວນແຂວງໃຫ້ເປັນຢ່າງດີ.
        ງານບຸນດອກສ້ຽວປ່າ ແມ່ນງານບຸນເພື່ອໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຮູບແບບມໍລະດົກວັດທະນະທຳຊົນເຜົ່າຂອງແຂວງ ດ້ຽນບຽນ; ຕິດພັນການອະນຸລັກຮັກສາ, ການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວ, ການພັດທະນາເສດຖະກິດ - ສັງຄົມຂອງແຂວງ ໃນໄລຍະເຊື່ອມໂຍງ ແລະ ພັດທະນາ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ ຄັ້ງ​ທີ 48 ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ ລະ​ຫວ່າງສອງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ຈະ​​ໄດ້​ຮັບ​ການດຳ​ເນີນ​ໃນ​ອາ​ທິດ​ໜ້າ

ກອງ​ປະ​ຊຸມ ຄັ້ງ​ທີ 48 ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ ລະ​ຫວ່າງສອງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ຈະ​​ໄດ້​ຮັບ​ການດຳ​ເນີນ​ໃນ​ອາ​ທິດ​ໜ້າ

ກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງສອງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 2 ທັນວາ - 3 ທັນວາ 2025 ຢູ່ນະຄອນຫຼວງ ວຽງຈັນ, ລາວ.

Top