• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງກວ໋າງນິງ ກະຕຸ້ນຄວາມຕ້ອງການໄປທ່ອງທ່ຽວຢູ່ພາຍໃນປະເທດ

      ແຂວງກວ໋າງນິງ ຈະຈັດຕັ້ງລາຍການສະແດງສິລະປະ ຕ້ອນຮັບລະດູຮ້ອນ ຮະລອງປີ 2020 ເພື່ອເປີດສາກໃຫ້ແກ່ບັນດາເຫດການວັດທະນະທໍາ ແນໃສ່ກະຕຸ້ນຄວາມຕ້ອງການໄປທ່ອງທ່ຽວຢູ່ແຂວງກວ໋າງນິງ ໃນເງື່ອນໄຂທີ່ໂລກລະບາດໄດ້ຮັບການຄວບຄຸມ.

ອ່າວຮະລອງ (ພາບປະກອບ: VOV)
      ລາຍການສະແດງສິລະປະ ຕ້ອນຮັບລະດູຮ້ອນ ຮະລອງປີ 2020 ຈະດໍາເນີນໃນຕອນຄໍ່າວັນທີ 16 ພຶດສະພາ ຢູ່ຫໍປະຊຸມສາກົນ FLC ຮະລອງ. ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວແຂວງກວ໋າງ ໃຫ້ຮູ້ວ່າ:
            ນອກຈາກບັນດາເຫດການຕົ້ນຕໍທີ່ຈັດຂຶ້ນຢູ່ນະຄອນຮະລອງແລ້ວ, ກໍ່ຍັງມີບັນດາເຫດການອື່ນໆຖືກຈັດຂຶ້ນຢູ່ທ້ອງຖິ່ນແຫ່ງຕ່າງໆອີກຄື ສັບປະດາວັດທະນະທໍາ - ອາຫານການກິນ ຢູ່ມ໊ອງກ໊າຍ, ໂກໂຕ, ອວງບີ໊. ໃນໄລຍະຈະມາເຖິງ, ທາງແຂວງກວ໋າງນິງ ຈະຮັບຮອງເອົານະໂຍບາຍຈໍານວນໜຶ່ງ ທີ່ກະຕຸ້ນຄວາມຕ້ອງການໄປທ່ອງທ່ຽວກວ໋າງນິງ ໃນນັ້ນສຸມໃສ່ເດືອນ ພຶດສະພາ ຈະບໍ່ເກັບຄ່າປີ້ໄປຢ້ຽມຢາມອ່າວຮະລອງໃນຕອນກາງເວັນສໍາລັບລູກຄ້າໝົດທຸກຄົນ. ສ່ວນໃນເດືອນ ມິຖຸນາ ແລະ ເດືອນກໍລະກົດ ຈະມີໂປຼໂມຊັນ ຊື້1 ປີ້ ແຖມ 1 ປີ້”.
            ເນື່ອງໃນໂອກາດນີ້, ແຂວງກວ໋າງນິງ ກໍຈະຈັດຕັ້ງງານວາງສະແດງສິນຄ້າ OCOP ກວ໋າງນິງ - ລະດູຮ້ອນປີ 2020 ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 15 – 21 ພຶດສະພາ ຢູ່ທີ່ສູນວາງແຜນຜັງ, ສູນການຄ້າ ແລະ ວາງສະແດງ ແຂວງກວ໋າງນິງ. 
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top