• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກ​ທ່ອງ​ທ່ຽວສາກົນ ມາ​ທ່ຽວຫວຽດນາມ ບັນລຸ​ເກືອບ 2 ລ້ານ​ເທື່ອຄົນ​ໃນ​ເ​ດືອນ ມັງກອນ 2020

ແຂກທ່ອງທ່ຽວທີ່ມາຈາກບັນດາຕະຫຼາດຕົ້ນຕໍ ລ້ວນແຕ່ເພີ່ມຂຶ້ນ ຄື ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ມາເລເຊຍ, ໄທ...

ຈໍານວນແຂກທ່ອງທ່ຽວ ເອີຣົບ ມາຫວຽດນາມ ໃນເດືອນມັງກອນ 2020 ນີ້ ກໍສືບຕໍ່ໄດ້ຮັບການປັບປຸງ, ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 (ພາບ: TTXVN)

ຄາດວ່າ, ແຂກທ່ອງທ່ຽວສາກົນ ມາທ່ຽວຢູ່ຫວຽດນາມໃນເດືອນ ມັງກອນ 2020 ຄາດວ່າບັນລຸເກືອບ 2 ລ້ານເທື່ອຄົນ, ເຊິ່ງເປັນຕົວເລກສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ ຍ້ອນຄວາມຕ້ອງການໃນການທ່ອງທ່ຽວ, ພັກຜ່ອນບໍາລຸງສຸຂະພາບ, ຢ້ຽມຢາມຍາດຕິພີ່ນ້ອງ. ໃນຈໍານວນເຫຼ່ົານັ້ນ, ແຂກຜູ້ໂດຍສານຜ່ານທາງການບິນ ເພີ່ມຂຶ້ນ 38, 9%. ຈໍານວນແຂກທ່ອງທ່ຽວມາຈາກ ອາຊີ ຍັງກວມເອົາອັດຕາສ່ວນຫຼາຍຄືເກົ່າ ແມ່ນປະມານ 77%, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນນັ້ນ, ແຂກທ່ອງທ່ຽວທີ່ມາຈາກບັນດາຕະຫຼາດຕົ້ນຕໍ ລ້ວນແຕ່ເພີ່ມຂຶ້ນ ຄື ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ມາເລເຊຍ, ໄທ... ຈໍານວນແຂກທ່ອງທ່ຽວ ເອີຣົບ ມາຫວຽດນາມ ໃນເດືອນມັງກອນ 2020 ນີ້ ກໍສືບຕໍ່ໄດ້ຮັບການປັບປຸງ, ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
 (ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top