• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ສິ່ງກີດຂວາງໃນວິວັດທະນາການປະຕິບັດບັນດາໂຄງການລົງທຶນສາທາລະນະ

      ຕອນເຊົ້າວັນທີ 28 ພຶດສະພາ, ສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ, ອະພິປາຍ, ຮັບຮູ້, ດັດປັບໂຄງການລົງທຶນສາທາລະນະ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍນີ້.


ກອງປະຊຸມຄັ້ງທີ 7 ສະພາແຫ່ງຊາດຊຸດທີ XIV (ພາບ: quochoi.vn)
      ກົດໝາຍການລົງທຶນສາທາລະນະໄດ້ຮັບການດັດປັບເພື່ອແກ້ໄຂບັນດາບັນຫາຫຍຸ້ງຍາກ, ສິ່ງກີດຂວາງໃນສະພາບການຕົວຈິງ, ພ້ອມທັງຮັບປະກັບລັກສະນະເປັນເອກະພາບລະຫວ່າງກົດໝາຍການລົງທຶນສາທາລະນະ ກັບ ກົດໝາຍງົບປະມານແຫ່ງລັດ, ກົດໝາຍຄຸ້ມຄອງໜີ້ສາທາລະນະ, ກົດໝາຍປົກປັກຮັກສາສິ່ງແວດລ້ອມ, ກົດໝາຍທີ່ດິນ. ກົດໝາຍໄດ້ເພີ່ມທະວີບັນດາມາດຕາກ່ຽວກັບການປັບປຸງລະບຽບການ ບໍລິຫານ, ຍູ້ແຮງການແບ່ງຂັ້ນ ແລະ ສ້າງຄວາມເປັນເຈົ້າການໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ; ປັບປຸງຂໍ້ກຳນົດກ່ຽວກັບສິດອຳນາດຕັດສິນແຜນນະໂຍບາຍການລົງທຶນ, ລາຍກາຍ, ໂຄງການລົງທຶນສາທາລະນະ ແລະ ໂຄງການນຳໃຊ້ທຶນງົບປະມານສູນກາງ, ທຶນໜູນຊ່ວຍພັດທານາຢ່າງເປັນທາງການ (ODA) ແລະ ທຶນກູ້ຢືມບຸລິມະສິດຂອງບັນດານັກອຸປະຖຳຕ່າງປະເທດ… ທ່ານ ຫງວຽນດຶກຫາຍ ຫົວໜ້າກຳມາທິການການເງິນ, ງົບປະມານ ຂອງສະພາແຫ່ງຊາດໃຫ້ຮູ້ວ່າ:
        ຄະນະປະຈຳການສະພາແຫ່ງຊາດຖືວ່າ ເພື່ອເພີ່ມທະວີການຕິດຕາມກວດກາໜີ້ສາທາລະນະ, ໜີ້ສິນຕ່າງປະເທດ, ໜີ້ສິນລັດຖະບານ, ເລື່ອງສະເໜີຕໍ່ນາຍົກລັດຖະມົນຕີກຳນົດແຜນນະໂຍບາຍການລົງທຶນເຂົ້າບັນດາໂຄງການນຳໃຊ້ທຶນ ODA, ທຶນກູ້ຢືມພິເສດຈາກຕ່າງປະເທດແມ່ນມີຄວາມຈຳເປັນ. ດັ່ງນັ້ນ, ຄະນະປະຈຳສະພາແຫ່ງຊາດຂໍຮັກສາຂໍ້ກຳນົດກ່ຽວກັບການບໍລິຫານສຳລັບບັນດາໂຄງການ ODA ຄື ຮ່າງກົດໝາຍທີ່ໄດ້ສະເໜີຕໍ່ສະພາແຫ່ງຊາດກອງປະຊຸມຄັ້ງທີ 6. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ກໍ່ອອກຂໍ້ກຳນົດກ່ຽວກັບແຜນນະໂຍບາຍລົງທຶນກັບບັນດາໂຄງການກູ້ຢືມ ODA, ກູ້ຢືນ ພິເສດຕາມກຸ່ມ A, B, C”
ຕອນບ່າຍວັນທີ 28 ພຶດສະພາ, ສະພາແຫ່ງຊາດ ຮັບຟັງບົດລາຍງານກວດກາ ແລະ ປຶກສາຫາລື ຮ່າງກົດໝາຍ ວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ.
ທ່ານລັດຖະມົນຕີ ກະຊວງຕຳຫລວດ ຫວຽດນາມໂຕເລີມ ໃຫ້ຮູ້ວ່າ:
“ເລື່ອງສ້າງຮ່າງກົດໝາຍແມ່ນອີງໃສ່ບັນດາທັດສະນະຊີ້ນຳ: ຮັບປະກັນການຊີ້ນຳນຳພາຂອງພັກ, ການບໍລິຫານຂອງລັດຖະບານ, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ແຕ່ຍັງຄົງຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ພ້ອມທັງເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຊີກ້າວຫນ້າໃນການຄຸ້ມຄອບເອກະສານ ຄົນເຂົ້າອອກ - ເມືອງ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top