• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮືອນແຫ່ງຂີດໝາຍຂອງປະທານ ໂຮ່ຈີມິນ ຢູ່ນະຄອນ ໂຮ່ຈີມິນ

      ຢູ່ນະຄອນ ໂຮ່ຈີມິນ ມີຮ່ອງຮອຍສະຖານປະຫວັດສາດ ລະດັບຊາດພິເສດ ເຊິ່ງແມ່ນແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ຢູ່ເປັນເວລາ 9 ເດືອນ ກ່ອນທີ່ອອກເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ. ນັ້ນແມ່ນເຮືອນເລກທີ 1 – 2 - 3 ກວາຍແຕັດເຕີດ, ເຈິເຫຼີນ, ປະຈຸບັນແມ່ນເຮືອນເລກທີ 5 ຖະໜົນ ເຈົາວັນລຽມ ຂຶ້ນກັບຕາແສງ 14 ເມືອງ 5. ເຮືອນຫຼັງນ້ອຍທີ່ລຽບງ່າຍນີ້ ໄດ້ເປັນອະນຸສອນຂອງເພິ່ນ ບົນເສັ້ນທາງອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ ປັດຈຸບັນຖືກເອີ້ນດ້ວຍຊື່ ເປັນໜ້າເຄົາລົບ ແລະ ໃກ້ຊິດທີ່ສຸດ ນັ້ນແມ່ນ ເຮືອນລຸງ ໂຮ່

ເຮືອນເລກທີ 5 ຖະໜົນ ເຈົາວັນລຽມໃນປະຈຸບັນ 
      ຊື່ຄົບຖ້ວນຂອງຮ່ອງຮອຍສະຖານເຮືອນເລກທີ 5 ຖະໜົນ ເຈົາວັນລຽມ ແມ່ນ “ແຫ່ງທີ່ສະຫາຍ ຫງວຽນເຕິດແທັ່ງ ໄດ້ຢູ່ກ່ອນທີ່ອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ”. ຕາມເອກະສານປະຫວັດສາດແລ້ວ ເຮືອນຫຼັງນີ້ໃນເມື່ອກ່ອນແມ່ນສຳນັກງານຂອງອົງການ ລຽນແທັ່ງ, ວັນທີ 19 ກັນຍາ ປີ 1910 ໂດຍໄດ້ຮັບການຊ່ວຍເຫຼືອຈາກອົງການ ລຽນແທັ່ງ, ອ້າຍບ່າວຜູ້ຮັກຊາດ ຫງວຽນເຕິດແທັ່ງ ຈາກ ຟານທຽດ ໄປຍັງ ໄຊງອນ ດ້ວຍໜັງສືທີ່ໃສ່ຊື່ວ່າ ຫງວຽນວັນບາ. ຫງວຽນວັນບາ  ໄດ້ຢູ່ໃນເຮືອນເລກທີ 1 - 2 – 3 ກວາຍແຕັດເຕີດ ເຈິເຫຼີນ, ປັດຈຸບັນແມ່ນເຮືອນເລກທີ 1 – 3 – 5 ຖະໜົນ ເຈົາວັນລຽມ ເພື່ອເຮັດວຽກ ແລະ ລໍຖ້າໂອກາດ ເພື່ອອອກໄປຕ່າງປະເທດ. ໃນໄລຍະຢູ່ເຮືອນຫຼັງນີ້ເປັນເວລາ 9 ເດືອນ, ຫງວຽນວັນບາ ໄດ້ເຮັດວຽກຢູ່ໃນໂຮງຮຽນຊ່າງເຄື່ອງຈັກ, ຂາຍໜັງສືພິມຢູ່ທ່າກ່ຳປັ່ນການຄ້າເມືອງ 5 ເພື່ອຫາເງິນລ້ຽງຊີບ, ຊອກຮູ້ຊີວິດຂອງປະຊາຊົນ ແລະ ສະພາບການຕໍ່ສູ້ຂອງຜູ້ອອກແຮງງານຊັ້ນຕ່າງໆຢູ່ພາກໃຕ້.  ວັນທີ 15 ມີນາ ປີ 1911 ຫງວຽນເຕິດແທັ່ງ ດ້ວຍຊື່ວ່າ ຫງວຽນວັນບາ ໄດ້ລົງເຮືອ ລາຕູເຈ ເຈວີເລ ດ້ວຍບົດບາດເປັນຜູ້ຊ່ວຍວຽກໃນເຮືອນຄົວ ໄດ້ອອກຈາກທ່າກ່ຳປັ່ນ ຍ່າຣົງ ອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ. ນາງ ຫງວຽນທິທູຖຸ໋ຍ ຜູ້ນຳທ່ຽວຊົມຢູ່ເຂດຮ່ອງຮອຍສະຖານຢູ່ແຫ່ງນີ້ ໃຫ້ຮູ້ວ່າ:
  “ທຳອິດແຂກທ່ອງທ່ຽວມີຄວາມສົນໃຈທີ່ສຸດ ແມ່ນໄລຍະກ່ອນທີ່ປະທານ ໂຮ່ຈີມິນ ອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ, ຄາວນັ້ນເພິ່ນມີຊື່ວ່າ ຫງວຽນເຕິດແທັ່ງ. ໃນຊຸມວັນບຸນ ຫຼື ເຫດການສະເຫຼີມສະຫຼອງກໍ່ມີຊາວໜຸ່ມຫຼາຍຄົນ ມາຢ້ຽມຢາມຮ່ອງຮອຍສະຖານຢູ່ແຫ່ງນີ້”.
ທ້າຍປິ 1988 ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຕົກລົງຮັບຮອງເຮືອນເລກທີ 5 ຖະໜົນ ເຈົາວັນລຽນ ແມ່ນຮ່ອງຮອຍສະຖານປະຫວັດສາດລະດັບຊາດ ແລະ ໄດ້ເອີ້ນແຫ່ງນີ້ດ້ວຍຊື່ທີ່ໃກ້ຊິດຕິດແທດຄື  “ເຮືອນລຸງ ໂຮ່”. ເກືອບ 110 ປີທີ່ຜ່ານມາ ສະຖາປັດຕະຍະກຳຕາມແບບເກົ່າແກ່ຂອງເຮືອນຫຼັງນີ້ ຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ. ນາງ ເຈິ່ນທິລານ ຫົວໜ້າພະແນກຄົ້ນຄວ້າສ້າງເອກະສານ ຮ່ອງຮອຍສະຖານຂອງສູນອະນຸລັກຮັກສາປູຊະນີຍະສະຖານປະຫວັດສາດ, ພະແນກວັດທະນະທຳ ກິລາ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ຮ່ອງຮອຍສະຖານແຫ່ງນີ້ມີຄຸນຄ່າເປັນພິເສດ ເຊິ່ງເປັນຂີດໝາຍທີ່ສຳຄັນໃນການເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດຂອງປະທານ ໂຮ່ຈີມິນ. ນາງເຈິ່ນທິລານ ເວົ້າວ່າ:
 “ກ່ຽວກັບຮ່ອງຮອຍສະຖານປະທານ ໂຮ່ຈີມິນ ນັ້ນ, ທົ່ວປະເທດກໍ່ມີຫຼາຍ. ສະເພາະຮ່ອງຮອຍສະຖານແຫ່ງນີ້ ເຖິງວ່າເນື້ອທີ່ບໍ່ກວ້າງໃຫຍ່ກໍ່ຕາມ ແຕ່ຄຸນຄ່າ ແລະ ຄວາມໝາຍແມ່ນສຳຄັນທີ່ສຸດ. ປະທານ ໂຮ່ຈີມິນ ໄດ້ຢູ່ທີ່ນີ້ ແລະ ດຳລົງຊີວິດໃນສະພາບການທີ່ຫຍຸ້ງຍາກທີ່ສຸດ, ມີພຽງແຕ່ຜູ້ໃກ້ຊິດໃຫ້ການຊ່ວຍໜູນເທົ່ານັ້ນ ແຕ່ເພິ່ນໄດ້ແກ້ໄຂທຸກສິ່ງທຸກຢ່າງ ເພື່ອຊອກຮູ້ກ່ຽວກັບເສັ້ນທາງກູ້ຊາດຂອງຕົນ”.
    ທ່ານ ຮວິ່ງຮວ່າງແອັງຕ໊ວນ ຫົວໜ້າພະແນກວັດທະນະທຳ ສິລະປະວັນນະຄະດີ, ສູນວັດທະນະທຳເມືອງ 5 ໃຫ້ຮູ້ວ່າ ໃນຊຸມວັນບຸນໃຫຍ່ຄື ວັນສ້າງຕັ້ງພັກວັນທີ 3 ກຸມພາ, ວັນປົດປ່ອຍພາກໃຕ້ວັນທີ 30 ເມສາ ແລະ ພິເສດແມ່ນວັນເກີດຂອງປະທານ ໂຮ່ຈີມິນ ຄືວັນທີ 19 ພຶດສະພາ, “ເຮືອນລຸງ ໂຮ່” ໄດ້ດຶງດູດຜູ້ມາຢ້ຽມຊົມທັດສະນະສຶກສາ ຖວາຍທູບທຽນບູຊາເປັນຈຳນວນຫຼວງຫຼາຍ. ທ່ານ ຮວິ່ງຮວ່າງແອັງຕ໊ວນ ເວົ້າວ່າ:
   “ຮ່ອງຮອຍສະຖານພິເສດຢູ່ເມືອງ 5 ແມ່ນແຫ່ງທີ່ປະທານ ໂຮ່ຈີມິນ ເຄີຍໄດ້ຢູ່ກ່ອນທີ່ອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ ແລະ ໄດ້ຮັບການບູລະນະປະຕິສັງຂອນຫຼາຍຄັ້ງແລ້ວ. ໃນຄັ້ງມໍ່ໆມານີ້ ແມ່ນປີ 2019 ເຮືອນຫຼັງນີ້ ໄດ້ຮັບການບູລະນະໃຫ້ສວຍງາມກວ່າເກົ່າ. ແຕ່ລະປີ ສູນວັດທະນະທຳເມືອງ 5 ກໍ່ລ້ວນແຕ່ຈັດການເຄື່ອນໄຫວເດີນທາງໄປຍັງສະຖານທີ່ປະຫວັດສາດ ວັດທະນະທຳ ໃນນັ້ນພົ້ນເດັ່ນຂຶ້ນ ແມ່ນຮ່ອງຮອຍສະຖານເຮືອນເລກທີ 5 ຖະໜົນ ເຈົາວັນລຽມ ແລະ ໂຮງໝໍພະຍາດເຂດຮ້ອນ ເຊິ່ງແມ່ນແຫ່ງທີ່ທ່ານເລຂາທິການໃຫຍ່ຄົນທຳອິດຂອງພັກຄອມມູນິດ ຫວຽດນາມ ເຈິ່ນຝູ ໄດ້ເຖິງແກ່ມໍລະນະກຳ”.
  ປັດຈຸບັນຂະແໜງວັດທະນະທຳນະຄອນ ໂຮ່ຈີມິນ ພວມສືບຕໍ່ເກັບກຳເພີ່ມເຕີມ ວັດຖຸພັນເອກະສານ ເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ຮ່ອງຮອຍສະຖານເຮືອນເລກທີ 5 ຖະໜົນ ເຈົາວັນລຽມ ໃຫ້ນັບມື້ນັບຫຼາຍຂຶ້ນ. ຕາມວັນເວລາ, ຮ່ອງຮອຍສະຖານແຫ່ງນີ້ ຍິ່ງມີກຳລັງແຜ່ຂະຫຍາຍຫຼາຍກວ່າເກົ່າ ແລະ ໄດ້ກາຍເປັນຄວາມເອກອ້າງທະນົງໃຈ ຂອງອົງຄະນະພັກ ອຳນາດການປົກຄອງ ແລະ ປະຊາຊົນນະຄອນທີ່ໃສ່ຊື່ຂອງປະທານ ໂຮ່ຈຈີມິນ. 
 (ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top