• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອຊຽນເກມ 2023: ທິມບານເຕະ ໂອລິມປິກຫວຽດນາມເລີ່ມແຂ່ງຂັນດ້ວຍຜົນດີ

ການຍິງເຂົ້າ 2 ປະຕູຂອງ ກວກຫວຽດ ພ້ອມກັບການຍິງເຂົ້າປະຕູຂອງວັນຄາງ ແລະ ງວຽນຮ່ວາງ ໄດ້ຊ່ວຍໃຫ້ທິມໂອລິມປິກ ຫວຽດນາມ ເລີ່ມແຂ່ງຂັນດ້ວຍຜົນດີ.
ທີມໂອລິມປິກຫວຽດນາມ ເອົາຊະນະ 4-2 ຕໍ່ທີມໂອລິມປິກມົງໂກນ

ໃນນັດແຂ່ງຂັນບານເຕະຊາຍ ສາຍ B ທີ່ໄດ້ດຳເນີນ ໃນຕອນບ່າຍວັນທີ 19 ກັນຍານີ້, ຢູ່ສະໜາມຫຼວງລິມປິງ, ນະຄອນຫາງໂຈ່ວ, ໃນຂອບເຂດງານມະຫາກຳກິລາເອຊຽນເກມຄັ້ງທີ 19 (ASIAD 2023), ທີມໂອລິມປິກຫວຽດນາມ ເອົາຊະນະ 4-2 ຕໍ່ທີມໂອລິມປິກມົງໂກນ. ການຍິງເຂົ້າ 2 ປະຕູຂອງ ກວກຫວຽດ ພ້ອມກັບການຍິງເຂົ້າປະຕູຂອງວັນຄາງ ແລະ ງວຽນຮ່ວາງ ໄດ້ຊ່ວຍໃຫ້ທິມໂອລິມປິກ ຫວຽດນາມ ເລີ່ມແຂ່ງຂັນດ້ວຍຜົນດີ ແລະ ມີກາລະໂອກາດໃຫຍ່ເພື່ອສາມາດເຂົ້າແຂ່ງຂັນໃນຮອບ 8 ທິມບານເຕະຊາຍຢູ່ ASIAD 2023.   

ຕາມຕາຕະລາງການແຂ່ງຂັນ, ວັນທີ 21 ກັນຍານີ້, ທິມໂອລິມປິກຫວຽດນາມຈະມີການແຂ່ງຂັນນັດທີ 2 ກັບທິມໂອລິມປິກອີຣານ. ໃນນັດແຂ່ງຂັນສຸດທ້າຍໃນຮອບແຂ່ງຂັນໃນວັນທີ 24 ກັນຍານີ້, ທິມຫວຽດນາມຈະພົບກັບທິມໂອລິມປິກ ອາຣັບບີ ຊາອຸດິ. 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top