• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ຂອງ​ພາກ​ພື້ນ​ເສດ​ຖະ​ກິດ​ລວມ​ໝູ່

ຕອນບ່າຍວັນທີ 25 ພຶດສະພາ, ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາຜູ້ແທນປຶກສາຫາລືຢູ່ຫໍປະຊຸມ ຢຽນຮົ່ງ ກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງ ຮ່າງກົດໝາຍ ວ່າດ້ວຍສະຫະກອນ (ສະບັບປັບປຸງ).
ການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 5 (ພາບ: quochoi.vn)

ຮ່າງກົດໝາຍ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ບັນດາສະຫະກອນ ເທົ່ານັ້ນ ຫາກຍັງສົ່ງຜົນກະທົບຢ່າງເລິກເຊິ່ງ, ກວ້າງຂວາງເຖິງຫຼາຍພາກສ່ວນເສດຖະກິດອີກດ້ວຍ. ເຖິງວ່າອັດຕາສ່ວນປະກອບເຂົ້າໃນ GDP ຂອງສະຫະກອນ ແມ່ນຍັງບໍ່ຫຼາຍປານໃດ ແຕ່ນີ້ກໍແມ່ນພາກສ່ວນເສດຖະກິດທີ່ສຳຄັນທີ່ສຸດ, ຕິດພັນກັບການພັດທະນາເສດຖະກິດ - ສັງຄົມ ເວົ້າລວມ, ໂດຍສະເພາະແມ່ນການພັດທະນາກະສິກຳ, ສ້າງຊົນນະບົດໃໝ່ ກໍຄື ປັບປຸງພາກສ່ວນເສດຖະກິດຮ່ວມມືຂອງປະເທດຊາດ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ມາຍວັນຫາຍ, ສະມາຊິກສະພາແຫ່ງຊາດແຂວງ ແທັງຮວ໊າ ສະເໜີວ່າ:

“ຕ້ອງກຳນົດກົນໄກຕ່າງໆຕື່ມອີກ ເພື່ອຊ່ວຍໃຫ້ ສະຫະກອນກະສິກຳສຸມໃສ່ນຳໃຊ້ທີ່ດິນເພື່ອເປີດກວ້າງການຜະລິດ, ໝູນໃຊ້ເຕັກໂນໂລຢີສູງ. ທີສອງແມ່ນ ໜູນຊ່ວຍບັນດາສະຫະກອນກະສິກຳ ສ້າງລະບົບຮ່ວມສຳພັນການຜະລິດ, ຈຳໜ່າຍ ແລະ ປຸງແຕ່ງຜະລິດຕະພັນກະເສດຂອງພໍ່ແມ່ປະຊາຊົນ. ທີສາມແມ່ນໜູນຊ່ວຍບັນດາ ສະຫະກອນໃນການສ້າງຜະລິດຕະພັນ OCOP.”

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top