• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ພາຍຫຼັງບັນດາຜູ້ແທນຂຶ້ນປະກອບຄຳເຫັນ ທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ມະຕິດັ່ງກ່າວມີທີ່ຕັ້ງ, ບົດບາດສຳຄັນພິເສດ, ສະແດງໃຫ້ເຫັນແນວທາງ, ຈິນຕະນາການປ່ຽນແປງໃໝ່, ບາດກ້າວບຸກທະລຸກ່ຽວກັບການນຳພາຂອງພັກ ຕໍ່ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່.
  ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)  

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ນະຄອນຫ໋າຍຟ່ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່ວມສະຫຼຸບມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XI ວ່າດ້ວຍຍຸດທະສາດປົກປັກຮັກສາປະເທດຊາດ ໃນສະພາບການໃໝ່ ເປັນປະທານກອງປະຊຸມສຳມະນາວິທະຍາສາດທິດສະດີ - ພຶດຕິກຳຕົວຈິງກ່ຽວກັບການປົກປັກຮັກສາປະເທດຊາດໃນສະພາບການໃໝ່”.

ຄະນະຈັດຕັ້ງກອງປະຊຸມສຳມະນາໄດ້ຮັບບົດປດກອບຄຳເຫັນກ່ວາ 50 ບົດດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ດ້ວຍປະລິມານວິທະຍາສາດສູງ. ພາຍຫຼັງບັນດາຜູ້ແທນຂຶ້ນປະກອບຄຳເຫັນ ທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ມະຕິດັ່ງກ່າວມີທີ່ຕັ້ງ, ບົດບາດສຳຄັນພິເສດ, ສະແດງໃຫ້ເຫັນແນວທາງ, ຈິນຕະນາການປ່ຽນແປງໃໝ່, ບາດກ້າວບຸກທະລຸກ່ຽວກັບການນຳພາຂອງພັກ ຕໍ່ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່. ທ່ານປະທານປະເທດ ຊີ້ແຈ້ງວ່າ:

ຈິດໃຈປະຊາຊົນແມ່ນປັດໄຈຕັດສິນຊີ້ຂາດ. ປະທານໂຮ່ຈີມິນໄດ້ເວົ້າວ່າ ຄຳເຫັນຂອງປະຊາຊົນແມ່ນສຳຄັນທີ່ສຸດ. ເພາະສະນັ້ນ, ການປ້ອງກັນຊາດທົ່ວປວງຊົນ, ສົງຄາມປະຊາຊົນ, ຄວາມໝັ້ນຄົງປະຊາຊົນ ແມ່ນບັນດາບັນຫາພື້ນຖານຂອງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບໍ່ວ່າໃນສະພາບການໃດ, ເປັນຕົ້ນແມ່ນໃນສະພາບການປັດຈຸບັນ. ປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນປັດໄຈຕັດສິນໄຊຊະນະໃຫ້ແກ່ພາລະກິດແຫ່ງການປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top