• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍບົດບາດການຮ່ວມມືດ້ານປ້ອງກັນຊາດ, ການທະຫານໃນອາຊຽນ ກໍ່ຄືລະຫວ່າງ ອາຊຽນ ແລະ ບັນດາຄູ່່ຮ່ວມມື

      ວັນທີ 27 ພຶດສະພາ, ກອງປະຊຸມນະໂຍບາຍຄວາມໝັ້ນຄົງ ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 18 (ASPC - 18) ໄດ້ດຳເນີນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານ ວາທີນາຍພົນ Dato Seri Pahlawan Shahri Anwar bin Haji Ma’ awiah, ເລຂານຸການຜູ້ປະຈຳການກະຊວງປ້ອງກັນປະເທດ ບຣູໄນ.
ທ່ານພົນໂທ ຮ່ວາງຊວັນຈ໊ຽນ ເຂົ້າຮ່ວມ ກອງປະຊຸມນະໂຍບາຍຄວາມໝັ້ນຄົງ ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 18
(ພາບ: ກະຊວງປ້ອງກັນປະເທດ ຫວຽດນາມ)
      ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ASPC – 18 ເພື່ອແນໃສ່ຢັ້ງຢືນບົດບາດຂອງ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕໍ່ການຮ່ວມມືດ້ານປ້ອງກັນຊາດ ໃນຂອບເຂດ ເວທີປາໄສ ພາກພື້ນ ອາຊຽນ (ARF), ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືໃນຂອບເຂດ ARF, ສືບຕໍ່ໝາກຜົນຂອງປີ ປະທານອາຊຽນ 2020, ພ້ອມທັງສະແດງ ການສະໜັບສະໜູນຕໍ່ ບຣູໄນ ໃນປີດຳລົງຕຳແໜ່ງເປັນປະທານອາຊຽນ 2021.
ກ່າວຄຳເຫັນທີ່ ASPC – 18, ທ່ານພົນໂທ ຮ່ວາງຊວັນຈ໊ຽນ ໄດ້ແບ່ງປັນຂໍ້ສັງເກດກ່ຽວກັບສະພາບຄວາມໝັ້ນຄົງ ຢູ່ໃນໂລກ ແລະ ພາກພື້ນ, ລວມມີບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ໃນນັ້ນມີຄວາມໝັ້ນຄົງທາງທະເລ, ການກໍ່ການຮ້າຍ ແລະ ຄວາມໝັ້ນຄົງທາງອິນເຕີເນັດ.
ໂດຍຢັ້ງຢືນຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບໃນວິວັດການຟື້ນຟູພາຍຫຼັງ ໂລກລະບາດໂຄວິດ - 19 ແລະ ການເສີມຂະຫຍາຍບົດບາດຂອງຊ່ອງທາງຮ່ວມມື ດ້ານປ້ອງກັນຊາດ, ການທະຫານໃນອາຊຽນ ກໍ່ຄືລະຫວ່າງ ອາຊຽນກັບ ບັນດາຄູ່ຮ່ວມມື, ທ່ານ ພົນໂທ ຮ່ວາງຊວັນຈ໊ຽນ ໄດ້ສະແດງການສະໜັບສະໜູນຕໍ່ຂໍ້ສະເໜີຂອງ ບຣູໄນ ໃນການແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃນພາກພື້ນ ຢູ່ທີ່ການ ເຈລະຈາ ເຈົ້າໜ້າທີ່ ດ້ານການປ້ອງກັນຊາດ ARF (ARF DOD) ທີ່ຜ່ານມາບົນພື້ນຖານສືບຕໍ່ແນວຄວາມຄິດຂອງ ຫວຽດນາມ ໃນປີ 2020.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top