• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດ​ຖະ​ກິດ​ທົ່ວ​ໂລກ ຍັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ

ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມຮັບມືຂອງລັດຖະບານຕ່າງໆ ກໍຄືບັນດາອົງການຈັດຕັ້ງສາກົນ, ພື້ນຖານເສດຖະກິດທົ່ວໂລກ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຮ້າຍແຮງນາໆປະການ. ຄວາມສ່ຽງຊຸດໂຊມສຳລັບຫຼາຍພື້ນຖານເສດຖະກິດໃຫຍ່ໃນປີ 2022 ແມ່ນຍັງຢູ່ໃນລະດັບສູງ, ຊ້ຳບໍ່ໜຳອາດຈະແກ່ຍາວໄປອີກ.

ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ G20 (FMCBG) ໄດ້ດຳເນີນໃນວັນທີ 15  - 16 ກໍລະກົດ ຜ່ານມາ ຢູ່ ອິນໂດເນເຊຍ, ທ່ານນາງ Kristalina Georgieva ຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ກ່າວເຕືອນວ່າ ເສດຖະກິດທົ່ວໂລກ ຍັງ “ມີຄວາມບໍ່ໝັ້ນທ່ຽງ” ແລະ ອາດຈະຮ້າຍແຮງກວ່າ ຖ້າຫາກວ່າ ສະພາບໄພເງິນເຟີ້ພວມຢູ່ໃນລະດັບສູງບັນລຸສະຖິຕິຄືໃນປັດຈຸບັນຢູ່ຫຼາຍພື້ນຖານເສດຖະກິດໃຫຍ່ ບໍ່ໄດ້ຮັບການຄວບຄຸມ. ຕາມນັກຊ່ຽວຊານເສດຖະກິດສາກົນຫຼາຍທ່ານແລ້ວ, ຄຳກ່າວເຕືອນຂອງຜູ້ນຳໜ້າ IMF ໂດຍພື້ນຖານແມ່ນໄດ້ສ່ອງແສງໃຫ້ເຫັນຄວາມຫຍຸ້ງຍາກ ແລະ ສິ່ງທ້າຍທາຍໜັກໜ່ວງເຊິ່ງເສດຖະກິດທົ່ວໂລກ ພວມ ແລະ ອາດຈະຕ້ອງປະເຊີນໜ້າ, ອັນດັບທຳອິດແມ່ນອັດຕາໄພເງິນເຟີ້ພວມຢູ່ໃນລະດັບສູງສຸດໃນຫຼາຍທົດສະວັດຢູ່ຫຼາຍພື້ນຖານເສດຖະກິດໃຫຍ່.

  ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ G20 (ພາບ: Reuters)  

ບັນດາດັດຊະນີທີ່ໜ້າວິຕົກກັງວົນ

ບັນດາບົດໄຈ້ແຍກ ແລະ ບົດລາຍງານສາກົນທີ່ກ່ຽວຂ້ອງ ສ່ວນຫຼາຍແມ່ນມີທັດສະນະລວມວ່າ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແກ່ຍາວ ພ້ອມກັບບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ ເພື່ອເລັ່ງໃສ່ ມົດສະກູ ພວມເຮັດໃຫ້ລະບົບສະໜອງທົ່ວໂລກຖືກຂາດວັກຂາດຕອນ, ລາຄາເຊື້ອເພີງ (ນ້ຳມັນ, ອາຍແກັດ) ແລະ ສະບຽງອາຫານ (ທັນຍາຫານ) ເພີ່ມຂຶ້ນຢ່າງແຮງໃນຂອບເຂດທົ່ວໂລກ, ເຊິ່ງໄດ້ເຮັດໃຫ້ຄວາມຫຍຸ້ງຍາກທາງດ້ານເສດຖະກິດຢູ່ຫຼາຍປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ໃນເວລາກວ່າ 2 ປີຜ່ານມາ ຍິ່ງຮ້າຍແຮງຂຶ້ນຕື່ມ.  ຫຼັກຖານຈະແຈ້ງທີ່ສຸດແມ່ນອັດຕາໄພເງິນເຟີ້ຢູ່ບັນດາພື້ນຖານເສດຖະກິດໃຫຍ່ເກືອບທັງໝົດ, ບັນດາປະເທດຮັ່ງມີ ສືບຕໍ່ຂຶ້ນລະດັບສະຖິຕິໃນຫຼາຍທົດສະວັດຜ່ານມາ. ຢູ່ ອາເມລິກາ ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ, ໄພເງິນເຟີ້ ຍັງເພີ່ມຂຶ້ນຢ່າງແຮງໃນຊຸມເດືອນຜ່ານມາ, ໂດຍບໍ່ຫົວຊາຕໍ່ມາດຕະການຮັບມືຕ່າງໆນາໆ, ທຳອິດແມ່ນບັນດາຂໍ້ຕົກລົງຂຶ້ນເພີ່ມອັດຕາດອກເບ້ຍຢ່າງແຮງ ແລະ ຕໍ່ເນື່ອງຂອງກົມສະສົມສະຫະລັດ (FED). ບົດລາຍງານຫຼ້າສຸດຂອງກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ, ໄພເງິນເຟີ້ໃນເດືອນ ມິຖຸນາ ຜ່ານມາ ໄດ້ເພີ່ມຂຶ້ນ 9,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ລື່ນກາຍລະດັບສະຖິຕິ 8,6% ຂອງເດືອນພຶດສະພາ ແລະ ແມ່ນລະດັບສູງສຸດໃນ 40 ປີຜ່ານມາ. ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen ພັນລະນາວ່າ ນີ້ແມ່ນລະດັບໄພເງິນເຟີ້ “ສູງ ຈົນຍອມຮັບບໍ່ໄດ້”.

ສະພາບການຢູ່ບັນດາພື້ນຖານເສດຖະກິດ ເອີຣົບ ສ່ວນຫຼາຍກໍບໍ່ດີກວ່າ. ລະອຽດແມ່ນ, ອັດຕາໄພເງິນເຟີ້ໃນເດືອນ ມິຖຸນາ ຢູ່ ອີຕາລີ ໄດ້ເພີ່ມຂຶ້ນເຖິງ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສ້າງຂີດໝາຍລະດັບໄພເງິນເຟີ້ປະຈຳເດືອນສູງທີ່ສຸດໃນ 36 ເດືອນຜ່ານມາ. ຄ້າຍຄືກັນ, ໄພເງິນເຟີ້ຂອງ ຝລັ່ງ ໃນເດືອນຜ່ານມາກໍເພີ່ມຂຶ້ນລະດັບສູງສຸດນັບແຕ່ປີ 1991 ມີນີ້ ໃນຂະນະທີ່ດັດຊະນີຄ່າໃຊ້ຈ່າຍເພີ່ມຂຶ້ນ 5,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ຢູ່ພື້ນຖານເສດຖະກິດໃຫຍ່ສຸດ ສະຫະພາບເອີຣົບ (ອີຢູ) ແມ່ນ ເຢຍລະມັນ, ໄພເງິນເຟີ້ໄດ້ເພີ່ມຂຶ້ນລະດັບ 7,9% ເຊິ່ງເປັນລະດັບສູງສຸດນັບແຕ່ປີ 1990 ມາ, ພ້ອມທັງລື່ນກາຍຄາດໝາຍ 2% ເຊິ່ງທະນາຄານສູນກາງເອີຣົບ (ECB) ວາງອອກ. ໄປຄຽງຄູ່ກັນນັ້ນ, ສະກຸນເງິນລວມຂອງ ເອີລົບ ແມ່ນ ເອີໂຣ ສືບຕໍ່ຕົກຕ່ຳໄປເລື້ອຍໆ, ໄດ້ສ່ອງແສງໃຫ້ເຫັນການຊຸດໂຊມກຳລັງແຮງທາງດ້ານເສດຖະກິດລວມຂອງທັງກຸ່ມ.

ພິເສດ, ພື້ນຖານເສດຖະກິດທີ່ເຄີຍໄດ້ຮັບການຕີລາຄາວ່າບໍ່ຖືກຜົນສະທ້ອນຈາກສະພາບໄພເງິນເຟີ້ທົ່ວໂລກໃນປະຈຸບັນ, ນັ້ນແມ່ນປະເທດ ຈີນ, ການເຕີບໂຕ GDP ໃນໄຕມາດທີ II ຜ່ານມາ ບັນລຸພຽງລະດັບ 0,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍເທົ່ານັ້ນ, ຕ່ຳກ່ວາຫຼາຍເມື່ອທຽບໃສ່ການຄາດຄະເນ ກໍ່ຄືເປົ້າໝາຍການເຕີບໂຕທີ່ລັດຖະບານປະເທດນີ້ໄດ້ວາງອອກ. ສາຍເຫດຂອງການເຕີບໂຕລະດັບດັ່ງກ່າວຢູ່ ຈີນ ມີຄວາມແຕກຕ່າງກັນໂດຍພື້ນຖານເມື່ອທຽບໃສ່ເກືອບທັງໝົດພື້ນຖານເສດຖະກິດອື່ນ. ຕາມນັ້ນແລ້ວ, ໃນໄລຍະຜ່ານມາ, ຈີນ ໄດ້ຈັດວາງມາດຕະການປິດລ້ອມເດັດຂາດໃນບໍລິເວນກ້ວາງເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19, ໄດ້ຈຳກັດການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຫຼາຍພໍສົມຄວນ. ແຕ່ວ່າ, ບໍ່ວ່າຍ້ອນສາຍເຫດໃດກໍ່ຕາມ, ອັດຕາການເຕີບໂຕຕ່ຳຂອງພື້ນຖານເສດຖະກິດໃຫຍ່ທີ່ສອງໃນໂລກນີ້ ຍັງຄົງໄດ້ຮັບຖືວ່າ ແມ່ນຕົວເລກທີ່ບໍ່ເປັນຜົນດີຕໍ່ເສດຖະກິດທົ່ວໂລກ, ພິເສດແມ່ນໃນສະພາບການເສດຖະກິດໂລກພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ໜັກໜ່ວງຄືປະຈຸບັນ.

ແງ່ຫວັງ ແລະ ມາດຕະການ

ຕາມຜູ້ອຳນວຍການໃຫຍ່ອົງການ IMF ແລ້ວ, ບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນປະຈຸບັນ ພວມສືບຕໍ່ກໍ່ຄວາມກົດດັນໃຫ້ແກ່ຫຼາຍພື້ນຖານເສດຖະກິດ, ພິເສດແມ່ນບັນດາປະເທດພວມພັດທະນາ ແລະ ມີລາຍຮັບຕ່ຳ. ຕາມນັ້ນແລ້ວ, ກ່ວາ 30% ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ພວມພັດທະນາ, ພ້ອມກັບ 60% ປະເທດມີລາຍຮັບຕ່ຳ, ພວມນອນໃນ ຫຼື ເກືອບຢູ່ໃນລະດັບສ່ຽງໄພບໍ່ສາມາດຊຳລະໜີ້ສິນໄດ້, ໝາຍຄວາມວ່າຖືກລົ້ມລະລາຍ.

ຕໍ່ໜ້າສະພາບການຕົວຈິງນີ້, ທ່ານຜູ້ອຳນວຍການໃຫຍ່ IMF ໄດ້ຮຽກຮ້ອງໃຫ້ບັນດາປະເທດຕ້ອງເຮັດທຸກສິ່ງທຸກຢ່າງທີ່ສາມາດເຮັດໄດ້ເພື່ອຄວບຄຸມໄພເງິນເຟີ້. ພິເສດ, ທ່ານຜູ້ອຳນວຍການໃຫຍ່ IMF ໃຫ້ຮູ້ວ່າ: ບັນດາຄຳໝັ້ນສັນຍາເພີ່ມເຕີມໃຫ້ແກ່ກອງທຶນຫລຸດຜ່ອນຄວາມທຸກຍາກ ແລະ ເພີ່ມທະວີການເຕີບໂຕແບບຍືນຍົງ (PRGT) ຂອງ IMF ( ຫຼື ໂຄງການໃຫ້ກູ້ຢຶມບຸລິມະສິດທີ່ສະຫງວນໃຫ້ບັນດາປະເທດທີ່ທຸກຍາກ), ຈະໄດ້ຍົກອອກມາໃນໄວໆນີ້. ປະຈຸບັນ, ບັນດາປະເທດສະມາຊິກ G20 ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍຈຳນວນເງິນ 10,5 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນ PRGT, ຕອບສະໜອງຄວາມຕ້ອງການໄດ້ປະມານ 75%. ໃນຂະນະນັ້ນ, ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Yellen ຖືວ່າ: ບັນດາລັດຖະບານຈຳເປັນຕ້ອງສ້າງ ແລະ ຮັກສາບັນດາແຜນການກ່ຽວກັບການປະຕິກິລິຍານະໂຍບາຍເພື່ອແນໃສ່ຫລຸດຜ່ອນເວລາ, ລະດັບຮ້າຍແຮງຂອງການຊຸດໂຊມເສດຖະກິດກໍ່ຄືຜົນກະທົບເຖິງປະຊາຊົນ, ວິສາຫະກິດ.

ແຕ່ເຖິງຢ່າງໃດກໍ່ຕາມ, ຕາມທັດສະນະຂອງນັກຊ່ຽວຊານເສດຖະກິດສາກົນຫຼາຍທ່ານແລ້ວ, ມາດຕະການແຖວໜ້າໃນປະຈຸບັນ ຍັງຄົງແມ່ນການຊຸກຍູ້ຄວາມມານະພະຍາຍາມຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃຫ້ໄວທີ່ສຸດ. ຍ້ອນວ່າ, ບັນດາການໄຈ້ແຍກ ແລະ ບົດລາຍງານໄດ້ຊີ້ໃຫ້ເຫັນບັນດາການກະທົບຢ່າງຮ້າຍແຮງຂອງສະພາບວິກິດການນີ້ຕໍ່ເສດຖະກິດທົ່ວໂລກ. ດັ່ງນັ້ນ, ແທນທີ່ການຊອກຫາມາດຕະການລົງໂທດ ແລະ ໂຕ້ຕອບເຊິ່ງກັນ ແລະ ກັນນັ້ນ, ບັນດາຝ່າຍທີ່ກ່ຽວຂ້ອງຄວນຊຸກຍູ້ບັນດາການໂອ້ລົມສົນທະນາ ແລະ ການພົບປະທາງການທູດເພື່ອແກ້ໄຂບັນຫາຍິ່ງໄວກໍ່ຍິ່ງດີ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top