• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ຍັງມີລະດັບການເຕີບໂຕໄວທີ່ສຸດຢູ່ ອາຊີ ເຖິງວ່າຖືກຊຸດໂຊມຍ້ອນໂລກລະບາດໂຄວິດ 19

      ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຫລຸດລົງຢ່າງແຮງໃນປີ 2020, ລົງໃນລະດັບ 4,8%, ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ແຜ່ລະບາດ ແລະ ຕໍ່ໄປແມ່ນບັນດາການກະທົບຫລຸດລົງຢ່າງແຮງກ່ຽວກັບຄວາມຕ້ອງການ ເຊິ່ງປັດຈຸບັນພວມເກີດຂຶ້ນຢູ່ບັນດາປະເທດເປັນຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນຕົ້ນຕໍຂອງ ຫວຽດນາມ.
           
ສດຖະກິດ ຫວຽດນາມ ຍັງມີລະດັບການເຕີບໂຕໄວທີ່ສຸດຢູ່ ອາຊີ ເຖິງວ່າຖືກຊຸດໂຊມຍ້ອນໂລກລະບາດໂຄວິດ 19
ພາບ: ອິນເຕີເນັດ
      ເຖິງຢ່າງໃດກໍ່ຕາມ, ເຖິງວ່າບັນດາການເຄື່ອນໄຫວດ້ານເສດຖະກິດຖືກຊຸດໂຊມ ແລະ ຄວາມສ່ຽງຈາກໂລກລະບາດໂຄວິດ 19 ຍັງຄົງຕົວຢູ່ ນັ້ນ, ຫວຽດນາມ ຍັງແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການເຕີບໂຕເສດຖະກິດໄວທີ່ສຸດໃນພາກພື້ນ ອາຊີ ນີ້ແມ່ນຂໍ້ສັງເກດ ໄດ້ຍົກອອກມາໃນບົດລາຍງານແງ່ຫວັງການພັດທະນາ ອາຊີ (ADO 2020) ໂດຍທະນາຄານພັດທະນາ ອາຊີ (ADB) ປະກາດໃນວັນທີ 03 ເມສາ.
        ຕາມການໄຈ້ແຍກລະອຽດຂອງ ADB ແລ້ວ, ລະດັບການເຕີບໂຕເສດຖະກິດ ຫວຽດນາມ ຖືກຫລຸດລົງໃນລະດັບ 3,8% ໃນໄຕມາດ 1 ປີ 2020, ເມື່ອທຽບໃສ່ລະດັບ 6,8% ຂອງໄລຍະດຽວກັນປີ 2019. ເລື່ອງຈຳກັດການໄປມາ ແມ່ນເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2 ໄດ້ເຮັດໃຫ້ການ ບໍລິໂພກອຸປະໂພກຢູ່ພາຍໃນປະເທດຊັກຊ້າລົງ. ການເຕີບໂຕຂອງຂົງເຂດການບໍລິການ, ແມ່ນຂົງເຂດຖືກຜົນກະທົບຫລາຍທີ່ສຸດ ຍ້ອນໂລກລະບາດ, ຫລຸດລົງເຫຼືອພຽງ 3,2% ໃນໄຕມາດ 1 ປີ 2020.
         ADB ຄາດຄະເນວ່າ ຖ້າຫາກໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມໃນເຄິ່ງຕົ້ນປີ 2020, ພື້ນຖານເສດຖະກິດ ຫວຽດນາມ ຈະສາມາດຟື້ນຟູໄດ້ດ້ວຍລະດັບການເຕີບໂຕ 6,8% ໃນປີ 2021 ແລະ ຈະສືບຕໍ່ເຕີບໂຕຢ່າງແຮງໃນໄລຍະກາງ ແລະ ຍາວ. ຫວຽດນາມ ກໍ່ໄດ້ຮັບຜົນປະໂຫຍດຈາກເລື່ອງ ຈີນ ສາມາດຄວບຄຸມ ໂລກລະບາດໂຄວິດ 19 ໄດ້ແລ້ວ ແລະ ເລື່ອງຟື້ນຟູການເຕີບໂຕຂອງ ຈີນ ຈະປະກອບສ່ວນຟື້ນຟູລະບົບມູນຄ່າທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top