• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດເຕີບໂຕຢ່າງກະໂດດຂັ້ນ, ຢືນຢັນທີ່ຕັ້ງແມ່ນເສົາຄ້ຳຂອງພື້ນຖານເສດຖະກິດຫວຽດນາມ

      ປີ 2019 ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງຈາກສະພາບການໂລກຄື: ສົງຄາມການຄ້າ ອາເມລິກາ - ຈີນ, ທ່າອ່ຽງອາລັກຂາການຄ້າທົ່ວໂລກ, ຄວາມຂາດສະຖຽນລະພາບດ້ານການເມືອງ ແລະ ການປະທະກັນ, ການແກ້ງແຍ້ງຮ້າຍແຮງຈາກບັນດາປະເທດ ກໍຕາມ ແຕ່ ວົງເງິນສົ່ງອອກຂອງຫວຽດນາມ ຍັງຄົງເຕີບໂຕຢ່າງກະໂດດຂັ້ນ ປະກອບສ່ວນໃຫຍ່ຫລວງເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ.

ປີ 2019 ບັນລຸປະມານ 8%, ສູງທົບເກືອບ 4 ເທົ່າ ລະດັບສະເລ່ຍລວມຂອງໂລກ
      ຕາມບັນດາບົດລາຍງານທາງການ, ໃນນັ້ນ ມີບົດລາຍງານຂອງທະນາຄານໂລກ  WB ປະກາດເມື່ອວັນທີ 17 ທັນວາ, ການສົ່ງອອກຂອງຫວຽດນາມ ໃນປີ 2019 ບັນລຸປະມານ 8%, ສູງທົບເກືອບ 4 ເທົ່າ ລະດັບສະເລ່ຍລວມຂອງໂລກ. ເຖິງວ່າເມື່ອທຽບໃສ່ປີ 2018 ລະດັບການເຕີບໂຕນີ້ ແມ່ນຕ່ຳກວ່າກໍ່ຕາມ ແຕ່ຍັງຄົງຮັບປະກັນຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ ແມ່ນ 7-8%. ໃນສະພາບການເສດຖະກິດໂລກຜັນແປໄປຢ່າງສັບສົນ, ການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນຊຸດໂຊມ, ທ່າອ່ຽງຮັດກຸ່ມຮົ້ວປອດພາສີ ແລະ ການອາລັກຂາພາຍໃນປະເທດ ເພີ່ມຂຶ້ນ, ໝາກຜົນການສົ່ງອອກປີ 2019 ໄດ້ຮັບການຕີລາຄາຈາກວົງການນັກວິຊາການ ແລະ ບັນດານັກຄຸ້ມຄອງວ່າ ແມ່ນລະດັບສູງສຸດ. ພິເສດ ມູນຄ່າການສົ່ງອອກຄາດວ່າຂຶ້ນເຖິງ 263 ຕື້ USD, ນຳ ການສົ່ງອອກເກີນດຸ່ນແມ່ນກວ່າ 9 ຕື້ USD ຊື່ງແມ່ນລະດັບສະຖິຕິໃຫມ່ ພາຍຫລັງ 3 ປີລຽນຕິດມີການສົ່ງອອກເກີນດຸ່ນ. ການເຕີບໂຕສົ່ງອອກ ມີຄວາມສະຖຽນລະພາບ ໄດ້ຊ່ວຍໃຫ້ເລື່ອງຮັບປະກັນດຸ່ນການຄ້າບັນລຸລະດັບດີ ສົ່ງຜົນກະທົບທາງບວກໃຫ້ແກ່ທັງພື້ນຖານເສດຖະກິດ. ທ່ານ ໂດ໋ທັງຫາຍ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຢືນຢັນວ່າ:
            “ ເລື່ອງຄວບຄຸມດຸ່ນການຄ້າດີ ຈະຊ່ວຍຮັບປະກັນແຫລ່ງສະຫນອງເງິນຕາຕ່າງປະເທດຫລຸດຄວາມກົດດັນສຳລັບອັດຕາແລກປ່ຽນເງິນຕາ ແລະ ຊ່ວຍຕະຫລາດມີຄວາມສະຖຽນລະພາບ. ແລະ ສິ່ງສຳຄັນທີ່ສຸດແມ່ນ ການສົ່ງອອກເກີນດຸ່ນໝາຍຄວາມວ່າ ການສົ່ງອອກດີ ນຳມາເຊິ່ງວຽກເຮັດງານທຳໃຫ້ຄົນງານຫລາຍຄົນ ແລະ ຜົນປະໂຫຍດຫລາຍຢ່າງໃຫ້ແກ່ປະເທດຊາດ
            ເປັນຫນ້າສົນໃຈ, ໃນການເຕີບໂຕສົ່ງອອກໃນປີຜ່ານມາ ເສດຖະກິດພາຍໃນປະເທດວົງເງິນສົ່ງອອກບັນລຸຢູ່ໃນລະດັບກວ່າ 18% (ຕາມຕົວເລກໝົດເດືອນພະຈິກ), ແມ່ນລະດັບສູງກວ່າເກືອບ 5 ເທົ່າເມື່ອທຽບໃສ່ລະດັບເພີ່ມຂຶ້ນຂອງເຂດມີເງິນລົງທຶນຂອງຕ່າງປະເທດ FDI (ບໍ່ຮອດລະດັບ 4%) ພ້ອມທັງກວມອັດຕາສ່ວນເຖິງກວ່າ 30% ຍອດວົງເງິນສົ່ງອອກ. ສິ່ງນີ້ແມ່ນມີຄວາມໝາຍທີ່ສຸດ ເພາະມັນສ່ອງແສງໃຫ້ເຫັນການເຕີບໃຫຍ່ຂອງວິສາຫະກິດຢູ່ພາຍໃນປະເທດ. ທ່ານຮອງສາດສະດາຈານ ປອ ຟ້າມເຕີດທັງ ຜູ້ຊ່ຽວຊານດ້ານການຄ້າຂັ້ນສູງ ສັງກັດກະຊວງການຄ້າຫວຽດນາມ ເນັ້ນຫນັກວ່າ:
            “ບັນດາວິສາຫະກິດມີເງິນລົງທຶນຢູ່ພາຍໃນປະເທດໄດ້ຮູ້ຈັກບືນຕົວຂຶ້ນ. ຊຸມປີກ່ອນນີ້ ລະດັບການເຕີບໂຕຂອງວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ ແມ່ນເພີ່ມຂຶ້ນຢ່າງແຮງກວ່າບັນດາວິສາຫະກິດຢູ່ພາຍໃນປະເທດ. ແຕ່ປີນີ້ ລະດັບການເຕີບໂຕຂອງວິສາຫະກິດມີເງິນລົງທຶນ 100% ພາຍໃນປະເທດແມ່ນເພີ່ມຂຶ້ນສູງ. ສິ່ງດັ່ງກ່າວສະແດງໃຫ້ເຫັນກຳລັງແຮງພາຍໃນປະເທດ. ບັນດາວິສາຫະກິດ ຫວຽດນາມ ເລີ່ມຕົ້ນປັບຕົວແທດເໝາະກັບບັນດາເງື່ອນໄຂດຳເນີນທຸລະກິດໃນໄລຍະເປີດປະຕູ.
            ຕາມບັນດານັກຊ່ຽວຊານແລ້ວ, ລະດັບການເຕີບໂຕສົ່ງອອກບັນລຸລະດັບຫນ້າປະທັບໃຈໃນປີ 2019 ແມ່ນໝາກຜົນສັງລວມຂອງຫລາຍປັດໄຈ, ຈາກປະສິດທິຜົນຂອງການປະຕິຮູບກົນໄກ, ລະບຽບການບໍລິຫານຕະຫລອດຮອດການເຂົ້າຮ່ວມນັບມື້ນັບເປີດກວ້າງຂອງຫວຽດນາມ ເຂົ້າພື້ນຖານເສດຖະກິດ ແລະ ການຄ້າທົ່ວໂລກ, ມີສະຕິ ແລະ ຄວາມມານະພະຍາຍາມບືນຕົວຂຶ້ນຂອງບັນດາວິສາຫະກິດ. ເຖິງຢ່າງໃດກໍຕາມ ໃນສະພາບການສາກົນຍັງມີສັນຍານວ່າຈະຜັນແປໄປຢ່າງສັບສົນ ຍາກທີ່ຈະຄາດຄະເນໄດ້ ສະນັ້ນເພື່ອຮັກສາທ່າເຕີບໂຕສົ່ງອອກໃນໄລຍະຈະມາເຖິງ ຄວນມີການຮ່ວມແຮງຮ່ວມໃຈຂອງທັງອົງການຄຸ້ມຄອງລັດ ແລະ ວິສາຫະກິດ. ທ່ານຮອງສາດສະດາຈານ ປອ ຟ້າມເຕີດທັງ ຜູ້ຊ່ຽວຊານດ້ານການຄ້າຂັ້ນສູງ ສະເຫນີວ່າ:
            “ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ບໍ່ຮູ້ວ່າຈະຜັນແປໄປຄືແນວໃດໃນໄລຍະຈະມາເຖິງ. ນອກນັ້ນ ສົງຄາມການຄ້າ ລະຫວ່າງ ຍີ່ປຸ່ນ ແລະ ສເກົາຫລີ ກໍສົ່ງຜົນສະທ້ອນເຖິງການສົ່ງອອກຫວຽດນາມ. ສະນັ້ນ ຫວຽດນາມ ຄວນໄຈ້ແຍກຕີລາຄາສະພາບການເພື່ອຫລິກລ້ຽງສິ່ງບໍ່ດີ ບໍ່ສະດວກ. ຍັງມີບັນຫາຫນຶ່ງອີກ ນັ້ນແມ່ນເດັດດ່ຽວສະກັນກັ້ນການລອກແບບຍີ່ຫໍ້ສິນຄ້າຫວຽດນາມ
            ຫວັງວ່າ ບົນພື້ນຖານບັນດາໝາກຜົນທີ່ຫນ້າຊື່ນຊົມຂອງປີ 2019 ຄຳໝັ້ນສັນຍາຂອງບັນດາອົງການຄຸ້ມຄອງລັດຈະຮ່ວມເດີນທາງກັບວິສາຫະກິດ ດ້ວຍບັນດາມາດຕະການລະອຽດ ແລະ ມີປະສິດທິຜົນ, ການເຄື່ອນໄຫວສົ່ງອອກຂອງຫວຽດນາມ ຈະສືບຕໍ່ເຕີບໂຕດີ, ບັນລຸບັນດາໝາກຜົນສູງກວ່າ, ປະກອບສ່ວນນັບມື້ນັບແທດຈິງເຂົ້າໃນກິດຈະການພັດທະນາເສດຖະກິດ ສ້າງສາປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top