• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດຫວຽດນາມ ພວມຟື້ນຕົວ

      ຫວຽດນາມ ແມ່ນປະເທດ ຫນຶ່ງດຽວໃນອາຊຽນ ບັນລຸການເຕີບໂຕເປັນບວກ”

ການຖະແຫລງຂ່າວນັດສາມັນເດືອນ ກັນຍາ ຂອງລັດຖະບານ (ພາບ: VGP)
      ທີ່ການຖະແຫລງຂ່າວນັດສາມັນເດືອນ ກັນຍາ ຂອງລັດຖະບານ ດຳເນີນໃນຕອນບ່າຍວັນທີ 2 ຕຸລາ ຢູ່ ຮ່າໂນ້ຍ, ທ່ານ ມາຍຕຽນຢູງ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມໃຫ້ຮູ້ວ່າ: ລັດຖະບານ ໄດ້ຕີລາຄາວ່າ: ເສດຖະກິດໃນເດືອນກັນຍາ ມີຫລາຍຈຸດເດັ່ນ.  ທີຫນຶ່ງແມ່ນ  ວຽກງານຕ້ານໂລກລະບາດໄດ້ຜ່ານ 30 ວັນບໍ່ກວດພົບຜູ້ຕິດເຊື້ອເພີ່ມພາຍໃນປະເທດ. ຫວຽດນາມຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ ເປັນສອງຄັ້ງສຳເລັດຜົນ. ກະສິກຳ ອາດຈະບັນລຸວົງເງິນສົ່ງອອກ 41 ຕື້ USD ໃນປີນີ້. ອຸດສາຫະກຳເພີ່ມຂຶ້ນ 2,69%. ໃນຊ່ວງເວລາເກີດໂລກລະບາດ, ຫວຽດນາມ ຍັງສືບຕໍ່ສົ່ງອອກເກີນດຸ່ນ 17 ຕື້USD ແລະເລີ່ມລົງມືກໍ່ສ້າງ 3 ໂຄງການໃຫຍ່. ທ່ານ ມາຍຕຽນຢູ໋ງ ລັດຖະມົນຕີ ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມຢືນຢັນວ່າ
ສະພາບການເສດຖະກິດ ສັງຄົມນັບມື້ນັບດີຂຶ້ນ. ເສດຖະກິດ ມະຫາພາກມີສະຖຽນລະພາບ, ບັນດາການດຸນດ່ຽງສືບຕໍ່ໄດ້ຮັບປະກັນ, ຮັກສາການເຕີບໂຕ ພິເສດໃນໄຕມາດ 3 ຂະນະທົ່ວປະເທດ ພວມສຸມກຳລັງເຫື່ອແຮງປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ແຕ່ການເຕີບໂຕ GDP ໃນ 9 ເດືອນແມ່ນເພີ່ມຂຶ້ນ 2,12%, ສ້າງປະຖົມປັດໄຈເພື່ອສາມາດບັນລຸການເຕີບໂຕເປັນບວກໃນທັງປີ. ຫວຽດນາມ ແມ່ນປະເທດ ຫນຶ່ງດຽວໃນອາຊຽນ ບັນລຸການເຕີບໂຕເປັນບວກ”
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top