• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ສົ່ງ​ເສີ​ມການ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ກູ​ບາ

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມ ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ກ່າວຄຳເຫັນທີ່ເວທີປາໄສ  

ກ່າວຄຳເຫັນໄຂເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ເຖິງວ່າ ສອງປະເທດ ລ້ວນແຕ່ໄດ້ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການກໍ່ຕາມ, ແຕ່ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ໄດ້ກໍ່ສ້າງ ແລະ ຫຼໍ່ຫຼອມຜ່ານຫຼາຍລຸ້ນຄົນ, ການພົວພັນຮ່ວມມື ຫວຽດນາມ - ກູບາ ຍັງຮັກສາໄດ້ທ່າພັດທະນາໃນທຸກຂົງເຂດ. ທ່ານ ເລມິງຄ໊າຍໃຫ້ຮູ້ວ່າ:

ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ ໃນມື້ນີ້ແມນເຫດການສຳຄັນເພື່ອໃຫ້ເພື່ອນມິດກູບາ ແນະນຳໄປຍັງປະຊາຄົມວິສາຫະກິດ ຫວຽດນາມ ຢ່າງກ້ວາງຂວາງ ກ່ຽວກັບກາລະໂອກາດຮ່ວມມືລົງທຶນ, ແຜນນະໂຍບາຍ ແລະ ນະໂຍບາຍດຶງດູດເງິນລົງທຶນຈາກຕ່າງປະເທດຢູ່ກູບາ, ໃນນັ້ນ ເຂດພັດທະນາພິເສດ Mariel ກໍ່ຄືເຕື້ອງເຖິງບັນດາກາລະໂອກາດຮ່ວມມືດຳເນີນທຸລະກິດ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ອົງການ, ບັນດາວິສາຫະກິດ ພາກລັດ ແລະ ພາກເອກະຊົນຂອງ ຫວຽດນາມ ໃນມື້ນີ້, ສອງຝ່າຍຈະພ້ອມກັນແລກປ່ຽນຢ່າງຕັ້ງໜ້າ ແລະ ສ້າງບັນດາກາລະໂອກາດຮ່ວມມືລົງທຶນດຳເນີນທຸລະກິດໃໝ່, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າການລົງທຶນ ຫວຽດນາມ - ກູບາ ໃຫ້ຫຼາຍກ່ວາອີກ.

ສ່ວນທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ໄດ້ກ່າວວ່ານັບແຕ່ເວລາ ມາຮອດ ຫວຽດນາມ, ທ່ານຮູ້ສຶກຢ່າງເລິກເຊິ່ງແລະ ຜ່ານບັນດາການເຈລະຈາ, ພົບປະ ກັບບັນດາການນຳຂັ້ນຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ສະແດງໃຫ້ເຫັນວ່າ ຫວຽດນາມ ບັນລຸໄດ້ຜົນສຳເລັດດ້ານເສດຖະກິດສັງຄົມຫຼາຍຢ່າງ ພາຍໃຕ້ການຊີ້ນຳອັນສະຫາດສ່ອງໄສຂອງພັກກອມມູນິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top