ຂ່າວສານ
ເວທີປາໄສດຳເນີນທຸລະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ສ້າງປະຖົມປັດໄຈເພື່ອໃຫ້ວິສາຫະກິດເປີດກວ້າງການຮ່ວມມືກັບ ໂຮນລັງ
ທີ່ເວທີປາໄສ, ທ່ານນາງ Elsbeth Akkerman, ເອກອັກຄະລັດຖະທູດ ໂຮນລັງ ເນັ້ນໜັກວ່າ, ສອງຝ່າຍມີເປົ້າໝາຍລວມແມ່ນຮັບປະກັນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍືນຍົງຄົງຕົວ ໃນອະນາຄົດ, ມີຄວາມສາມາດຟື້ນຟູທາງດ້ານເສດຖະກິດ ແລະ ຊີວະພາບ.
ພາບປະກອບ: TTXVN
ວັນທີ 8 ເມສາ, ຢູ່ເກິ່ນເທີ, ອົງການທູຕານຸທູດ ໂຮນລັງປະຈຳ ຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂາ ເກິ່ນເທີ (VCCI ເກິ່ນເທີ) ແລະ ສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ຈັດຕັ້ງ “ເວທີປາໄສດຳເນີນທຸລະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”. ເວທີປາໄສແມ່ນກາລະໂອກາດເພື່ອໃຫ້ໂຮນລັງອັບເດດໂຄງການດຳເນີນງານລະຫວ່າງ ຫວຽດນາມ - ໂຮນລັງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ແນະນຳບັນດາມາດຕະການຂອງ ໂຮນລັງເພື່ອແກ້ໄຂສິ່ງທ້າທາຍຢູ່ເຂດດັ່ງກ່າວ, ດ້ວຍວາລະການປຶກສາຫາລື ກ່ຽວກັບກະສິກຳ, ນ້ຳ ແລະ ເຕັກໂນໂລຢີພະລາທິການ ກໍ່ຄືການພັດທະນາສູນກະສິກຳຂອງເຂດ.
ທີ່ເວທີປາໄສ, ທ່ານນາງ Elsbeth Akkerman, ເອກອັກຄະລັດຖະທູດ ໂຮນລັງ ເນັ້ນໜັກວ່າ, ສອງຝ່າຍມີເປົ້າໝາຍລວມແມ່ນຮັບປະກັນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍືນຍົງຄົງຕົວ ໃນອະນາຄົດ, ມີຄວາມສາມາດຟື້ນຟູທາງດ້ານເສດຖະກິດ ແລະ ຊີວະພາບ. ໂຮນລັງເຊື່ອໝັ້ນວ່າ EVFTA ອາດຈະຊຸກຍູ້ ການພົວພັນຮ່ວມມືດຳເນີນທຸລະກິດກ່ວາອີກ, ແລະ ໂຮນລັງປາດຖະໜາຢາກກາຍເປັນຄູ່ຮ່ວມມືຂອງ ຫວຽດນາມ ເວົ້າລວມ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມເວົ້າສະເພາະໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດກ່ຽວກັບນ້ຳ ແລະ ການປ່ຽນແປງຂອງດິນຟ້າອາກາດ, ກ່ຽວກັບກະສິກຳແບບຍືນຍົງ ແລະ ຄ້ຳປະກັນດ້ານສະບຽງອາຫານ.
(ແຫຼ່ງຄັດຈາກ VOV)