• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວັບໄຊ WEF: ຫວຽດນາມ ກາຍເປັນ “ປາພະຄານ” ກ່ຽວກັບການຮັບມືກັບໂລກລະບາດ Covid - 19

      ວັນທີ 30 ມີນາ, ເວັບໄຊເອເລັກໂຕນິກ ຂອງເວທີປາໄສເສດຖະກິດໂລກ (WEF) ໄດ້ ລົງບົດຂຽນຂອງນັກຂ່າວອັງກິດ Sean Fleming ເຊິ່ງໄດ້ຕີລາຄາວ່າ ຫວຽດນາມຮັບມືກັບໂລກລະບາດ Covid - 19 ຢ່າງມີປະສິດທິຜົນ ແລະ ກາຍເປັນ ປາພະຄານກ່ຽວກັບວິທີການປະຕິບັດດ້ວຍແຫຼ່ງກຳລັງທີ່ ຈຳກັດ.

ໜ້າເວັບໄຊ WEF (ພາບ: WEF/TTXVN) 
      ນັກຂ່າວ Sean Fleming ຍັງໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ມີການກະທຳຢ່າງທັນການ, ມີຄວາມຕັດສິນໃຈຢ່າງວ່ອງໄວ ແລະ ທັນການ ພ້ອມກັບມາດຕະການຕ່າງໆໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນຄື: ເລີ່ມດຳເນີນບັນດາຂໍ້ລິເລີ່ມເພື່ອສະກັດກັ້ນການແຜ່ລະບາດ ຂອງ ໂລກລະບາດ Covid – 19 ນັບແຕ່ວັນທີ 1 ກຸມພາເປັນຕົ້ນມາ, ຢຸດຕິຊົ່ວຄາວບັນດາຖ້ຽວບິນໄປ - ມາ ກັບຈີນ, ປິດໂຮງຮຽນ…
            ນັກຂ່າວ Sean Fleming ໄດ້ໃຫ້ຂໍ້ສັງເກດວ່າ ດ້ວຍແຫຼ່ງກຳລັງທີ່ ຈຳກັດນັ້ນ ແຕ່ ຫວຽດນາມ ເບິ່ງຄືວ່າສາມາດ ຄວບຄຸມໄດ້ການແຜ່ລະບາດຂອງໂລກລະບາດນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top