• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ ຫວຽດນາມ - ສ.ເກົາຫຼີ

ຫວຽດນາມ ສົ່ງເສີມໃຫ້ວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ກ່າວຄຳເຫັນຕໍ່ໜ້າປະຊາຄົມວິສາຫະກິດຂອງ 2 ປະເທດ)

ຕອນບ່າຍວັນທີ 23 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ພ້ອມກັບຜູ້ແທນ 50 ທ່ານທີ່ຕາງໜ້າໃຫ້ບັນດາສະຫະສະມາຄົມ, ກຸ່ມບໍລິສັດ, ວິສາຫະກິດຂອງ 2 ປະເທດເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ.

ກ່າວຄຳເຫັນຕໍ່ໜ້າປະຊາຄົມວິສາຫະກິດຂອງ 2 ປະເທດ, ທ່ານປະທານາທິບໍດີ Yoon Suk Yeol ເນັ້ນໜັກວ່າ, 2 ປະເທດຄວນຍົກສູງຄວາມສຳຄັນຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່. ໃນນັ້ນ, ຕ້ອງຍົກສູງການເຄື່ອນໄຫວແລກປ່ຽນການຄ້າຫຼາຍກວ່າ, ປະກອບສ່ວນບັນລຸເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນ 150 ຕື້ USD ໃນປີ 2030. ທ່ານປະທານາທິບໍດີ ສ.ເກົາຫຼີ ຫວັງວ່າ, ວິສາຫະກິດຂອງ 2 ປະເທດຈະສືບຕໍ່ມີຫຼາຍໂຄງການຮ່ວມມືລະອຽດ, ແທດຈິງ, ບັນລຸປະສິດທິຜົນກວ່າເກົ່າ.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຢືນຢັນວ່າ, ຫວຽດນາມ ສົ່ງເສີມໃຫ້ວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ພະລັງງານສະອາດ, ເສດຖະກິດສີຂຽວ, ກະສິກຳເຕັກໂນໂລຊີສູງ… ພິເສດ, ທ່ານນາຍົກລັດຖະມົນຕີ ປາຖະໜາວ່າ, ບັນດາວິສາຫະກິດຂອງ ສ.ເກົາຫຼີ ເພີ່ມທະວີການລົງທຶນໃນບັນດາເຂດອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ. ນີ້ກໍ່ແມ່ນບັນດາຂົງເຂດທີ່ ສ.ເກົາຫຼີ ມີທ່າແຮງ ແລະ ການຮ່ວມມືດັ່ງກ່າວມີລັກສະນະເພີ່ມຕື່ມໃຫ້ແກ່ກັນ, ພ້ອມກັນພັດທະນາ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ເປັນປະທານການໂອ້ລົມສົນທະນາໂຕ້ມົນ, ແລກປ່ຽນບັນດາບັນຫາເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນໃນໄລຍະໃໝ່ ກັບການນຳບັນດາສະຫະສະມາຄົມວິສາຫະກິດ ແລະ ກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top