• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສວິສາຫະກິດ ຫວຽດນາມ - ມາເລເຊຍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເນັ້ນໜັກວ່າ, ປີ 2021, 2 ປະເທດໄດ້ວາງອອກເປົ້າໝາຍໃຫ້ຍອດວົງເງິນການຄ້າ 2 ຝ່າຍບັນລຸ 18 ຕື້ USD ໃນປີ 2025.
ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ມາເລເຊຍ (ພາບ: TTXVN)
ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ມາເລເຊຍ.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເນັ້ນໜັກວ່າ, ປີ 2021, 2 ປະເທດໄດ້ວາງອອກເປົ້າໝາຍໃຫ້ຍອດວົງເງິນການຄ້າ 2 ຝ່າຍບັນລຸ 18 ຕື້ USD ໃນປີ 2025. ແຕ່ມາຮອດປະຈຸບັນ, ອີງໃສ່ຕົວເລກສະຖິຕິຂອງ ມາເລເຊຍ, ຍອດວົງເງິນການຄ້າລະຫວ່າງ 2 ປະເທດໄດ້ລືນກາຍຂາດໝາຍທີ່ໄດ້ວາງອອກ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາວິສາຫະກິດ ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືກັບບັນດາວິສາຫະກິດ ມາເລເຊຍ ໃນບັນດາຂົງເຂດເສດສະຖະກິດສີຂຽວໃຫ້ຫຼາຍກວ່າອີກ.

ທີ່ເຫດການ, ມີຫຼາຍກາລະໂອກາດຮ່ວມມື, ດຳເນີນທຸລະກິດ, ການລົງທຶນໄດ້ສະເໜີ ເພື່ອໃຫ້ບັນດາວິສາຫະກິດຂອງ ຫວຽດນາມ ແລະ ມາເລເຊຍ ສາມາດເສີມຂະຫຍາຍຄວາມສາມາດ ແລະ ທ່າແຮງບົ່ມຊ້ອນລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top