• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ 1 ຈັດຕັ້ງຢູ່ດ່ານັ້ງ

 ເວທີປາໄສແນໃສ່ເສີມຂະຫຍາຍບົດບາດຂອງນັກປັນຍາຊົນໜຸ່ມໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ, ປົກປັກຮັກສາປະເທດຊາດ; ສ້າງກາລະໂອກາດເພື່ອໃຫ້ນັກປັນຍາຊົນໜຸ່ມທີ່ພວມດຳລົງຊີວິດຢູ່ຕ່າງປະເທດ...

ພາບປະກອບ 

ເວທີປາໄສນັກປັນຍາຊົນ ຫວຽດນາມ ທົ່ວໂລກຄັ້ງທີ 1 (The 1st Vietnamese Young Intellectual Forum – VYI Forum 2018) ຈະຈັດຕັ້ງຢູ່ນະຄອນ ດ່ານັ້ງ ແຕ່ວັນທີ 27 – 29 ພະຈິກ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເຊິ່ງແມ່ນນັກປັນຍາຊົນໜຸ່ມ ຫວຽດນາມ ແລະ ຕ່າງປະເທດ 200 ຄົນ. ເວທີປາໄສແນໃສ່ເສີມຂະຫຍາຍບົດບາດຂອງນັກປັນຍາຊົນໜຸ່ມໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ, ປົກປັກຮັກສາປະເທດຊາດ; ສ້າງກາລະໂອກາດເພື່ອໃຫ້ນັກປັນຍາຊົນໜຸ່ມທີ່ພວມດຳລົງຊີວິດຢູ່ຕ່າງປະເທດ ແລະ ບັນດາປັນຍາຊົນຢູ່ພາຍໃນປະເທດໃນການປຶກສາຫາລືກ່ຽວກັບວິໄສທັດ, ພາລະກິດ, ບົດບາດ, ຄວາມສາມາດປະກອບສ່ວນຂອງຖັນແຖວນັກປັນຍາຊົນໜຸ່ມຊາວ ຫວຽດນາມ ໃນພາລະກິດສ້າງສາ, ພັດທະນາປະເທດຊາດ; ປະກອບສ່ວນຊຸກຍູ້ວິວັດການເຊື່ອມໂຍງເສດຖະກິດຢ່າງເລິກເຊິ່ງ ກ້ວາງຂວາງຂອງ ຫວຽດນາມ ໃນພາກພື້ນ ແລະ ໃນທົ່ວໂລກ.

        ດ້ວຍຫົວຂໍ້ວ່າ “ເສີມຂະຫຍາຍກຳລັງແຮງຂອງນັກປັນຍາຊົນໜຸ່ມ ຫວຽດນາມ ໃນສັງກາດ 4.0”, ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 1 ໄດ້ສຸມໃສ່ເຂົ້າໃນ 3 ຫົວຂໍ້ຕົ້ນຕໍແມ່ນ: ຊຸກຍູ້ STEM ເພື່ອສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃນການພັດທະນາອຸດສາຫະກຳ 4.0; ໝູນໃຊ້ເຕັກໂນໂລຊີ 4.0 ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນການຜະລິດ, ດຳເນີນທຸລະກິດ.

(ແຫຼ່ງຄັດຈາກ VOV)

 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top