• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່: ​ສ້າງ​ລະ​ບອບ​ລະ​ບຽບ​ການ​ພັດ​ທະ​ນາ​ກິ​ລາ​ກາຍ​ຍະ​ກຳ​ທັນ​ສະ​ໄໝ, ຄົບ​ສຸດ​ໃຫ້​ສຳ​ເລັດ

ວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນມູນເຊື້ອຂະແໜງກິລາກາຍຍະກຳ ຫວຽດນາມ ຄົບຮອບ 80 ປີ (27/3/1946-27/3/2026). ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ.
  ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV)  

ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດັ່ງນັ້ນ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຄະນະ, ຂະແໜງການ, ບັນດາກົມກອງໝູ່ຄະນະ, ທ້ອງຖິ່ນ, ໂຮງຮຽນ, ວິສາຫະກິດ ແລະ ທົ່ວສັງຄົມ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມໃຫ້ເປັນຢ່າງດີທີ່ສຸດ. ທ່ານກ່າວວ່າ:

“ທີໜຶ່ງ: ຕ້ອງຮີບເຮັ່ງສ້າງລະບອບລະບຽບການພັດທະນາກິລາກາຍຍະກຳຕາມທິດທັນສະໄໝ, ຄົບຊຸດ, ເປີດທາງໃຫ້ແກ່ການພັດທະນາຍາວນານຢ່າງສຳເລັດ. ທີສອງ: ຕ້ອງພັດທະນາກິລາກາຍຍະກຳມະຫາຊົນຢ່າງແຮງ. ນີ້ແມ່ນໜ້າທີ່ໃຈກາງ, ຍາວນານຂອງຂະແໜງກິລາກາຍຍະກຳໃນໄລຍະຈະມາເຖິງ. ທີສາມ: ຕ້ອງຍົກລະດັບການສຶກສາກາຍຍະກຳ ແລະ ກິລາໃນໂຮງຮຽນ, ຖືນີ້ແມ່ນກົກເຄົ້າຂອງຍຸດທະສາດພັດທະນາຊາວ ຫວຽດນາມ. ທີສີ່: ຕ້ອງໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງການອະນຸລັກຮັກສາ, ພັດທະນາກິລາພື້ນເມືອງຂອງຊາດ ແລະ ບັນດາຮູບບແບບກິລາຕິດພັນກັບວັດທະນະທຳຊຸມຊົນ. ທີຫ້າ: ຕ້ອງພັດທະນາກິລາທີ່ມີຜົນງານສູງຕາມທິດເປັນມືອາຊີບ, ວິທະຍາສາດ, ຊື່ສັດ ແລະ ຍືນຍົງ. ທີຫົກ: ຕ້ອງເປັນກວ້າງນິຍາມກິລາຕາມທິດຮອບດ້ານກວ່າ, ລວມທັງການເຄື່ອນໄຫວທາງກາຍ ແລະ ສະຕິປັນຍາ. ທີເຈັດ: ຕ້ອງຍູ້ແຮງການຫັນເປັນສັງຄົມຢ່າງມີກຳນົດທິດ, ມີມາດຕະຖານຮັບຜິດຊອບສຳລັບກິລາກາຍຍະກຳ. ທີແປດ: ຕ້ອງເປີດກວ້າງການຮ່ວມມືສາກົນ, ຍົກສູງທີ່ຕັ້ງກິລາ ຫວຽດນາມ ແລະ ຮຽນຮູ້ບົດຮຽນປະສົບການທີ່ກ້າວໜ້າຂອງໂລກ”.

  ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ກົມກິລາ, ກາຍຍະກຳ ຫວຽດນາມ (ພາບ: VOV)  

ໃນພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ກົມກິລາ, ກາຍຍະກຳ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ).

່(ແຫຼ່ງຄັດຈາກ VOV)

ເລີມ​ດົ່ງ ປະ​ກາດ​​ກົດ​ລະ​ບຽບ​ປະ​ສານ​ສົມ​ທົບ​ຕ້ານ​ການ​ຂຸ​ດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ (IUU)

ເລີມ​ດົ່ງ ປະ​ກາດ​​ກົດ​ລະ​ບຽບ​ປະ​ສານ​ສົມ​ທົບ​ຕ້ານ​ການ​ຂຸ​ດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ (IUU)

ກົດລະບຽບປະສານສົມທົບລະຫວ່າງຂະແໜງກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ (IUU) ໂດຍຄະນະກຳມະການປະຊາຊົນແຂວງ ເລີມດົງປະກາດໃຊ້ນັ້ນ ກຳນົດລວມມີ 5 ເນື້ອໃນ.

Top