ວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນມູນເຊື້ອຂະແໜງກິລາກາຍຍະກຳ ຫວຽດນາມ ຄົບຮອບ 80 ປີ (27/3/1946-27/3/2026). ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV)
ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດັ່ງນັ້ນ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຄະນະ, ຂະແໜງການ, ບັນດາກົມກອງໝູ່ຄະນະ, ທ້ອງຖິ່ນ, ໂຮງຮຽນ, ວິສາຫະກິດ ແລະ ທົ່ວສັງຄົມ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມໃຫ້ເປັນຢ່າງດີທີ່ສຸດ. ທ່ານກ່າວວ່າ:
“ທີໜຶ່ງ: ຕ້ອງຮີບເຮັ່ງສ້າງລະບອບລະບຽບການພັດທະນາກິລາກາຍຍະກຳຕາມທິດທັນສະໄໝ, ຄົບຊຸດ, ເປີດທາງໃຫ້ແກ່ການພັດທະນາຍາວນານຢ່າງສຳເລັດ. ທີສອງ: ຕ້ອງພັດທະນາກິລາກາຍຍະກຳມະຫາຊົນຢ່າງແຮງ. ນີ້ແມ່ນໜ້າທີ່ໃຈກາງ, ຍາວນານຂອງຂະແໜງກິລາກາຍຍະກຳໃນໄລຍະຈະມາເຖິງ. ທີສາມ: ຕ້ອງຍົກລະດັບການສຶກສາກາຍຍະກຳ ແລະ ກິລາໃນໂຮງຮຽນ, ຖືນີ້ແມ່ນກົກເຄົ້າຂອງຍຸດທະສາດພັດທະນາຊາວ ຫວຽດນາມ. ທີສີ່: ຕ້ອງໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງການອະນຸລັກຮັກສາ, ພັດທະນາກິລາພື້ນເມືອງຂອງຊາດ ແລະ ບັນດາຮູບບແບບກິລາຕິດພັນກັບວັດທະນະທຳຊຸມຊົນ. ທີຫ້າ: ຕ້ອງພັດທະນາກິລາທີ່ມີຜົນງານສູງຕາມທິດເປັນມືອາຊີບ, ວິທະຍາສາດ, ຊື່ສັດ ແລະ ຍືນຍົງ. ທີຫົກ: ຕ້ອງເປັນກວ້າງນິຍາມກິລາຕາມທິດຮອບດ້ານກວ່າ, ລວມທັງການເຄື່ອນໄຫວທາງກາຍ ແລະ ສະຕິປັນຍາ. ທີເຈັດ: ຕ້ອງຍູ້ແຮງການຫັນເປັນສັງຄົມຢ່າງມີກຳນົດທິດ, ມີມາດຕະຖານຮັບຜິດຊອບສຳລັບກິລາກາຍຍະກຳ. ທີແປດ: ຕ້ອງເປີດກວ້າງການຮ່ວມມືສາກົນ, ຍົກສູງທີ່ຕັ້ງກິລາ ຫວຽດນາມ ແລະ ຮຽນຮູ້ບົດຮຽນປະສົບການທີ່ກ້າວໜ້າຂອງໂລກ”.
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ກົມກິລາ, ກາຍຍະກຳ ຫວຽດນາມ (ພາບ: VOV)
ໃນພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ກົມກິລາ, ກາຍຍະກຳ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ).