• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ​ຕີ​ລາ​ຄາ​ສ​ູງ​ເລື່ອງ ຫວຽດ​ນາມ ກະ​ກຽ​ມ​ບັນ​ດາ​ເນື້ອ​ໃນ​ຂອງ ເສົາ​ຄ້ຳ ວັດ​ທະ​ນະ​ທຳ - ສັງ​ຄົມ

ວັນທີ 03 ທັນວາ, ທີ່ການຕ້ອນຮັບທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນ ຢູ່ຮ່າໂນ້ຍ, ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ດ້ວຍບົດບາດແມ່ນອົງການປະສານງານ ເສົາຄ້ຳວັດທະນະທຳ - ສັງຄົມ ອາຊຽນຂອງ ຫວຽດນາມ, ທາງກະຊວງໄດ້ເປັນເຈົ້າການກະກຽມວຽກງານຫຼາຍຢ່າງ.

ທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນ ແລະ ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ

ໃນນັ້ນມີ 5 ບັນຫາໄດ້ຮັບການບຸລິມະສິດຕົ້ນຕໍ ໃນປີ ຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020, ຫວຽດນາມໄດ້ເອົາໃຈໃສ່ທີ່ສຸດເຖິງຂົງເຂດສັງຄົມ, ລະອຽດແມ່ນຈະສຸມໃສ່ເຂົ້າ 3 ບັນຫາ: ທັກສະການອອກແຮງງານ, ວຽກງານທີ່ສົມເຫດສົມຜົນ ແລະ ການຮັບປະກັນຊີວິດສັງຄົມແບບຍື່ນຍົງ. ຫວຽດນາມກໍ່ຈະປະສານງານເພື່ອເສີມຂະຫຍາຍສີສັນວັດທະນະທຳຂອງບັນດາປະເທດ ອາຊຽນ, ສ້າງຄຸນຄ່າລວມຂອງ ທົ່ວປະຊາຄົມ ອາຊຽນ ທີ່ ວັດທະນະທຳມີຄວາມຫຼາຍຮູບຫຼາຍແບບ.

        ກ່າວຄຳເຫັນນະທີ່ນີ້, ທ່ານ Lim Jock Hoi ໄດ້ຕີລາຄາສູງເລື່ອງ ຫວຽດນາມກະກຽມບັນດາເນື້ອໃນຮ່ວມມືຂອງ ເສົາຄ້ຳວັດທະນະທຳ - ສັງຄົມ, ຢັ້ງຢືນວ່າ ຄະນະເລຂາທິການ ອາຊຽນພ້ອມແລ້ວທີ່ຈະຮ່ວມເດີນທາງກັບ ຫວຽດນາມໃນການຈັດຕັ້ງບັນດາການເຄື່ອນໄຫວຂອງ ເສົາຄ້ຳ ວັດທະນະທຳ - ສັງຄົມໃນປີ 2020.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top