ຂ່າວສານ
ເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ສ.ຈີເລເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ຕອນບ່າຍວັນທີ 16 ພະຈິກ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ພັນລະຍາໄດ້ເປັນປະທານພິທີຕ້ອນຮັບຢ່າງສົມກຽດ ທ່ານ José Antonio Kast ປະທານາທິບໍດີ ສ.ຈີເລ ແລະ ພັນລະຍາ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ຈີເລ José Antonio Kast ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ, ດຳເນີນການເຈລະຈາ; ພົບປະກັບສື່ມວນຊົນ.
ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ຈີເລ José Antonio Kast ໄດ້ເຫັນດີເປັນເອກະພາບຕີລາຄາສູງການພົວພັນ ຫວຽດນາມ ຈີເລ ມີເງື່ອນໄຂຄົບຖ້ວນເພື່ອກ້າວຂຶ້ນສູລະດັບພັດທະນາໃໝ່, ດ້ວຍລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງກວ່າ, ການຮ່ວມມືຢ່າງເລິກເຊິ່ງ, ແທ້ຈິງກວ່າ. ທ່ານ ໂຕເລິມ ແລະ ທ່ານ José Antonio Kast ຕັດສິນໃຈຍົກລະດັບການພົວພັນ ຫວຽດນາມ - ຈີເລຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ພ້ອມທັງເຫັນດີເປັນເອກະພາບສ້າງແຜນການກະທຳໂດຍໄວເພື່ອຫັນ ແລະ ຜັນຂະຫຍາຍ 6 ເສົາຄ້ຳຫຼັກໃນຂອບເຂດໃໝ່ໃຫ້ປະກົດຜົນເປັນຈິງ.
ການນຳສອງທ່ານເຫັນດີເປັນເອກະພາບເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ກະສິກຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຮ່ທາດທີ່ຈຳເປັນ, ການເງິນ - ທະນາຄານ, ເສດຖະກິດທະເລ, ຄົມມະນາຄົມຂົນສົ່ງ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ ແລະ ພົບປະແລກປ່ຽນປະຊາຊົນ; ຊຸກຍູ້ເຈລະຈາ, ມຸ່ງໄປເຖິງການລົງນາມບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເງິນ, ພາສາອາກອນ ແລະ ວິທະຍາສາດ - ເຕັກໂນໂລຢີ.
ແລະກໍໃນຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ປະທານາທິບໍດີ José Antonio Kast ໄດ້ພະປະກັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ກ່ຽວກັບລະດັບຄວາມສຳຄັນຂອງການສືບຕໍ່ປັບປຸງຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການແລກປ່ຽນຄະນະ, ພົບປະໃນທຸກຊ່ອງທາງ, ທຸກຂັ້ນ; ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ, ສືບຕໍ່ສ້າງແລວນິຕິກຳຢ່າງສະດວກ ແລະ ເປັນປົກກະຕິໃຫ້ການຮ່ວມມືລະຫວ່າງສອງປະເທດ.






