• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ EVFTA, EVIPA ໃນ​ຈຸດ​ເວ​ລາ​ນີ້​ແມ່ນ​ເໝາະ​ສົມ​ທີ່​ສຸດ ແລະ ຖືກ​ກັບ​ຈຸດ​ເວ​ລາ

ໃນມື້ເຮັດວຽກທຳອິດຂອງກອງປະຊຸມສະໄໝສາມັນເທື່ອທີ9, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV, ສະພາແຫ່ງຊາດໄດ້ສະຫງວນເວລາ ເພື່ອປຶກສາຫາລືກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງ ຝ່າຍ ຫວຽດນາມ, ຝ່າຍ EU ແລະ ບັນດາປະເທດສະມາຊິກ (EVIPA). 

ກອງປະຊຸມສະໄໝສາມັນເທື່ອທີ9, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV (ພາບ: TTXVN)

ແລະກໍ່ໃນວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືທາງອອນລາຍກ່ຽວກັບເລື່ອງໃຫ້ສັດຕະຍາບັນສົນທິສັນຍາສະບັບເລກທີ 105 ຂອງອົງການແຮງງານສາກົນ (ILO) ກ່ຽວກັບການລົບລ້າງການອອກແຮງງານແບບບັງຄັບ.

ທີ່ກອງປະຊຸມສະພາແຫ່ງຊາດໃນຕອນເຊົ້າວັນທີ 20 ພຶດສະພາ, ທ່ານນາງດັ້ງທິງອັກທິ້ງ ຮອງປະທານປະເທດ ຫວຽດນາມໄດ້ຂຶ້ນກ່າວໃບຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນ ສັນຍາ EVFTA.

ປຶກສາຫາລືກ່ຽວກັບການໃຫ້ສັດຕະຍາບັນ EVFTA, ຕອນບ່າຍໃນວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດຢັ້ງຢືນວ່າ ເລື່ອງຫວຽດນາມ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ໃນຈຸດເວລານີ້ແມ່ນມີຄວາມເໝາະສົມແລະຖືກກັບເວລາທີ່ສຸດ, ສືບຕໍ່ສ້າງທ່ວງທ່າໃຫ້ແກ່ການເຊື່ອມໂຍງເສດຖະກິດສາກົນ ແລະ ຟື້ນຟູການພັດທະນາເສດຖະກິດພາຍໃນປະເທດໃນໄລຍະຫຼັງໂລກລະບາດ Covid – 19.

ເຖິງຢ່າງໃກໍ່ຕາມ, ບາງຄຳເຫັນສະເໜີຂອງສະມາຊິກສະພາແຫ່ງຊາດຄວນຕີລາຄາບັນດາຜົນກະທົບຂອງສັນຍາເພື່ອຫຼີກລ້ຽງການຂຶ້ນກັບ, ສະເໜີໃຫ້ເອົາໃຈໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຫວຽດນາມໃຫ້ດີກ່ວາອີກ, ເອົາໃຈໃສ່ເຖິງລັກສະນະເປີດເຜີຍ, ໂປ່ງໃສກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ກາລະໂອກາດຕື່ມອີກ ແລະ ເປັນເຈົ້າການຮັບມືກັບສິ່ງທ້າທາຍໃຫຍ່. ກ່ຽວກັບສັນຍາ EVIPA ລະຫວ່າງ ສອງຝ່າຍແມ່ນ ຫວຽດນາມ, EU  ແລະບັນດາປະເທດສະມາຊິກ EVIPA, ບັນດາສະມາຊິກສະພາແຫ່ງຊາດກໍ່ສະແດງໃຫ້ເຫັນຄວາມເປັນເອກະພາບຢ່າງສູງຕໍ່ການໃຫ້ສັດຕະຍາບັນສັນຍາສຳຄັນນີ້.

        ກໍ່ກ່ຽວຂ້ອງເຖິງເອກະສານສາກົນ. ຕອນບ່າຍວັນທີ 20 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບເລື່ອງໃຫ້ສັດຕະຍາບັນເຂົ້າເປັນສະມາຊິກຂອງສົນທິສັນຍາເລກທີ 105ຂອງອົງການຈັດຕັ້ງແຮງງານສາກົນ (ILO)ກ່ຽວກັບການລົບລ້າງແຮງງານແບບບັງຄັບ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top