• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລື່ອງທ່ານນາຍົກລັດຖະມົນຕີຕົກລົງປະກາດໂລກລະບາດໃນທົ່ວປະເທດແມ່ນເພື່ອແນໃສ່ລະດົມຄວາມເປັນຈິດໜຶ່ງໃຈດຽວກັນໃນທົ່ວລະບົບການເມືອງ

      ວັນທີ 1 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 447/QD – TTG ວ່າດ້ວຍການປະກາດໂລກລະບາດ Covid  - 19 ໃນທົ່ວປະເທດ. 

ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບ Covid - 19 
(ພາບ: TTXVN) 
      ໂດຍເຮັດໃຫ້ ເນື້ອໃນຂໍ້ຕົກລົງດັ່ງກ່າວມີຄວາມຈະແຈ້ງກ່ວາເພື່ອໃຫ້ປະຊາຊົນເຂົ້າໃຈຢ່າງຖືກຕ້ອງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມເນັ້ນໜັກວ່າເລື່ອງທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກລົງນາມຂໍ້ຕົກລົງປະກາດໂລກລະບາດໃນທົ່ວໂລກລວມມີ 3 ເປົ້າໝາຍຕົ້ນຕໍແມ່ນ:
            ທີ 1 ແມ່ນເພື່ອໃຫ້ທົ່ວລະບົບການເມືອງເປັນຈິດໜຶ່ງໃຈດຽວກັນ, ເຮັດໃຫ້ເພີ່ມທະວີນ້ຳໃຈ, ຄວາມຮັບຜິດຊອບຂອງບັນດາກຳລັງສະກັດກັ້ນໂລກລະບາດໃນແຕ່ລະທ້ອງຖິ່ນ, ແຕ່ລະຂະແໜງ. ທີ 2 ແມ່ນເພື່ອໃຫ້ປະຊາຊົນຮັບຮູ້ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງກ່ວາອີກໃນການເຂົ້າຮ່ວມປະຕິບັດບັນດາຄຳຊີ້ນຳຂອງພັກ, ລັດແລະການແນະນຳຂອງຂະແໜງສາທາລະນະສຸກ, ເພື່ອໃຫ້ປະຊາຊົນແຕ່ລະຄົນລ້ວນແຕ່ແມ່ນນັກຮົບທີ່ເຂົ້າຮ່ວມການສະກັດກັ້ນໂລກລະບາດຢ່າງແທ້ຈິງ. ທີ 3, ແມ່ນພາຍຫຼັງທ່ານນາຍົກລັດຖະມົນຕີລົງນາມຂໍ້ຕົກລົງວ່າດ້ວຍການປະກາດໂລກລະບາດໃນທົ່ວປະເທດໝາຍຄວາມວ່າທຸກໆກຳລັງເຂົ້າຮ່ວມການສະກັດກັ້ນໂລກລະບາດໃນທົ່ວປະເທດໄດ້ຊົມໃຊ້ລະບອບ, ນະໂຍບາຍໃນໄລຍະສະກັດກັ້ນໂລກລະບາດ.
 (ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ຢ້ຽມ​ຢາມ​ໄດ້​ຢັ້ງ​ຢືນ ແລະ ກຳ​ນົດ​ທິດ​ກ້າວ​ເດີນ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ພ້ອມ​ທັງ​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ.

Top