• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມລົງມືກໍ່ສ້າງໂຄງການກໍ່ສ້າງໂຮງງານຜະລິດລົດໂອໂຕໄຟຟ້າ ຢູ່ ແຂວງ ຮ່າຕິ້ງ

ວັນທີ 8 ທັນວາ, ຢູ່ເຂດ ເສດຖະກິດ ຫວູງອາງ (ເທດສະບານ ກີ່ແອງ, ແຂວງ ຮ່າຕິງ), ກຸ່ມບໍລິສັດ Vingroup ຈັດຕັ້ງພິທີເລີ່ມລົງມືກໍ່ສ້າງໂຄງການກໍ່ສ້າງໂຮງງານຜະລິດລົດໂອໂຕໄຟຟ້າ VinFast ດ້ວຍກຳລັງການຜະລິດອອກແບບໄລຍະ 1ແມ່ນ 300.000 ຄັນ/ປີ, ອາດສາມາດຍົກຂຶ້ນແມ່ນ 600.000 ຄັນ/ປີ.
ພິທີເລີ່ມລົງມືກໍ່ສ້າງໂຄງການກໍ່ສ້າງໂຮງງານຜະລິດລົດໂອໂຕໄຟຟ້າ VinFast

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ໃຫ້ຮູ້ວ່າ: ເຫດການໃນມື້ນີ້ ເປັນຂີດໝາຍແຫ່ງການເລີ່ມຕົ້ນຂອງໂຄງການທີ່ມີຂອບຂະຫນາດໃຫຍ່, ເຕັກໂນໂລຊີທັນສະໄຫມ, ວິໄສທັດຍຸດທະສາດຂອງແຂວງ ຮ່າຕິງ ແລະ ນັກລົງທຶນໃນການພັດທະນາອຸດສາຫະກຳແບບຍືນຍົງ, ທັນສະໄຫມ, ຕິດພັນກັບທ່າອ່ຽງໂລກາພິວັດ, ຫັນເປັນດິຈີຕອນ, ຫັນເປັນສີຂຽວ, ເຕັກໂນໂລຊີສູງ. ຮ່າຕິງ ພວມມານະພະຍາຍາມໃນວິວັດການຫັນວິໄສທັດ, ຄວາມຄາດຫວັງກາຍເປັນແຂວງພັດທະນາຮອບດ້ານກ່ຽວກັບອຸດສາຫະກຳທັນສະໄຫມ, ສີຂຽວ ແລະ ອັດສະລິຍະໃຫ້ປະກົດຜົນເປັນຈິງ. ຄາດວ່າ ໂຮງງານ VinFast ຮ່າຕິງ ຈະໄດ້ຮັບການກໍ່ສ້າງສຳເລັດໄລຍະ 1 ໃນເດືອນກໍລະກົດປີ 2025.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top