• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລິ່ມບິ່ງ - ແຫ່ງເກັບຮັກສາບັນດາຮ່ອງຮອຍບູຮານຄະດີທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວທຳມະຊາດ

      ເມືອງເລິມບິ່ງແຂວງຕວຽນກວາງມີລະບົບຊີວະພາບຫຼາຍຮູບຫຼາຍສີທິວທັດທຳມະຊາດເປັນໜ້າຈັບອົກຈັບໃຈດ້ວຍພູຜາປ່າໄມ້ແມ່ນ້ຳລຳເຊທີ່ໃຫຍ່ໂຕມະໂຫຖານ ໂດຍທຳມະຊາດບັນດານໃຫ້. ເມື່ອກ່ອນນີ້ ຢູ່ແຫ່ງນີ້ເຄີຍເປັນໜຶ່ງໃນບັນດາອູ່ຂອງຊາວຫວຽດບູຮານດຳລົງຊີວິດ
ຖ້ຳຄວຍປີນ
      ບັນດານັກຄົ້ນຄວ້າບູຮານຄະດີ ໄດ້ຊອກເຫັນບັນດາຮ່ອງຮອຍບູຮານຄະດີຢູ່ເມືອງເລິມບິ່ງຄື ຈົກ,ຂວານ,ລູກທະນູຖືກເຮັດດ້ວຍຫີນ, ທອງແດງ, ເຄື່ອງປັ້ນດິນເຜົາຢ່າງລະອຽດອ່ອນໃນສະໄໝວັດທະນະທຳຮວ່າບິ່ງ. ຢູ່ແຫ່ງນີ້ຍັງມີ ວິຫານວັດວາອາຮາມທີ່ມີມາແຕ່ດົນນານ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳປະຊາຊົນບັນດາເຜົ່າເຂດພູສູງໃນນັ້ນຕ້ອງເວົ້າເຖິງວິຫານປູ໊ບ໋າວ, ວັດຟຸກເລິມ... ຮ່ອງຮອຍສະຖານເຮືອນຄົວໄດ້ຊອກເຫັນຢູ່ຖ້ຳເພຍວ່າຍ ຂຶ້ນກັບພື້ນຖານວັດທະນະທຳບູຮານມີມາກ່ອນນີ້ 8.000 ປີ, ເນື້ອທີ່ເຮືອນຄົວບໍ່ກວ້າງສາມາດຮັບໃຊ້ການຝີງໃຫ້ຄວາມອົບອຸ່ນຫຼືປີ້ງອາຫານໃຫ້ແກ່ກຸ່ມຊຸມຊົນຕາມແບບໃນວົງຕະກຸນ. ບັນດານັກຄົ້ນຄວ້າບູຮານຄະດີຍັງໄດ້ຊອກເຫັນບັນດາຂຸມຝັງສົບຂອງຊາວຫວຽດບູຮານ. ທ່ານກາວວັນມິງ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວເມືອງເລິມບິ່ງໃຫ້ຮູ້ວ່າ:
    “ຖ້ຳເຟຍວ່າຍແມ່ນຖ້ຳຂອງຊາວຫວຽດບູຮານ.ຕາມບັນດານັກຄົ້ນຄວ້າບູຮານຄະດີແລ້ວຖ້ຳຊາວຫວຽດບູຮານຢູ່ແຫ່ງນີ້ ແມ່ນມີຊາວຫວຽດບູຮານດຳລົງຊີວິດກ່ອນນີ້ປະມານ 12.000 ປີ. ແຕ່ປາງກີ້ປາງກ່ອນຊາວຫວຽດບູຮານເຄີຍດຳລົງຊີວິດຢູ່ແຄມແມ່ນ້ຳຫ້ວຍບັນດາສະຖານທີ່ມີນ້ຳຮັບໃຊ້ຊີວິດປະຈຳວັນ”.
 ດ້ວຍບັນດາສາຍພູຫີນປູນທີ່ຍາວຢຽດ, ທາງໃນພູແມ່ນລະບົບຖ້ຳທີ່ລຶກລັບມະຫັດສະຈັນ ນີ້ແມ່ນເງື່ອນໄຂທີ່ດີເພື່ອໃຫ້ເມືອງອຽນບິ່ງພັດທະນາການທ່ອງທ່ຽວ. ພົ້ນເດັ່ນຂຶ້ນກວ່າໝູ່ແມ່ນບັນດາສະຖານທີ່ຄືຖ້ຳຄວຍປີນ, ຖ້ຳຄວຍຍີ, ຖ້ຳນ້ຳແມຫຼືຖ້ຳຊອງລອງ. ໜອງທຳມະຊາດ ນາຮາງ- ເລິມບິ່ງແມ່ນແຫ່ງເກັບຮັກສາລະບົບຊີວະພາບທີ່ອຸດົມສົມບູນດ້ວຍເກາະດອນນ້ອຍໃຫຍ່ຫຼາຍໜ່ວຍເທິງໜ້າໜອງ ອັນໄດ້ສ້າງເປັນທິວທັດສວຍສົດງົດງາມເປັນເອກະລັກສະເພາະໃນທ່າມກາງເຂດພູຜາປ່າໄມ້ຫວຽດບັກ. ພົ້ນເດັ່ນຂຶ້ນແມ່ນພູ 99 ໜ່ວຍຢູ່ຕາແສງ ເທື້ອງເລິມ ຖືກອຸປະມາ “ຮະລອງບົກໃນທ່າມກາງພູຜາປ່າໄມ້” ທ່ານກາວວັນມິງ ຫົວໜ້າຂະແຫນງວັດທະນະທຳຖະແຫຼງຂ່າວເມືອງເລິມບິ່ງ ໃຫ້ຮູ້ວ່າ:
       “ຖ້ຳຄວຍປີນ ຫາກໍ່ໄດ້ຮັບການຄົ້ນພົບ. ຢູ່ຖ້ຳແຫ່ງນີ້ ມີລະບົບຫີນຍ້ອຍສວຍງາມທີ່ສຸດໃນຖ້ຳກໍ່ມີຫ້ວຍນ້ຳ. ໃນການທ່ອງທ່ຽວຢ້ຽມຊົມທັດສະນະສຶກສາຢູ່ຖ້ຳນ້ຳແມຖ້າຫາກແຂກທ່ອງທ່ຽວມີຄວາມຕ້ອງການຈະໄດ້ຢ້ຽມຊົມບັນດາເນື້ອທີ່ປ່າດົງດິບທຳມະຊາດ ໃນນັ້ນມີຕົ້ນໄມ້ໃຫຍ່ນັບພັນຕົ້ນພິເສດຢູ່ຖ້ຳຄວຍຍີກໍ່ມີປ່າຊະນິດໜຶ່ງຍາກທີ່ຈະຫາໄດ້ຢູ່ແຫ່ງອື່ນ. ຖັດມາແມ່ນຖ້ຳຊອງລອງດ້ວຍລະບົບຫີນຍ້ອຍງົດງາມນອນຢູ່ມໍ່ກັບເມືອງບັກເມແຂວງຮ່າຢາງ”.
    ນອກຈາກລະບົບຖ້ຳ,ນ້ຳຕົກຕາດ ແຂກທ່ອງທ່ຽວເມື່ອມາຮອດເມືອງເລິມບິ່ງ ຈະໄດ້ຊອກຮູ້ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ແຕ່ລະເຜົ່າກໍ່ມີບັນດາຮີດຄອງປະເພນີແຕກຕ່າງກັນ ອັນໄດ້ສ້າງຄວາມເປັນເອກຫະລັກແລະຫຼາຍຮູບຫຼາຍສີ.    ອ້າຍເຈົາແທັງງ່າ ຊາວຕາແສງເທື້ອງເລິມ ເມືອງເລິມບິ່ງໃຫ້ຮູ້ວ່າ:
   “ແຂກທ່ອງທ່ຽວເມື່ອມີໂອກາດມານີ້ ຈະໄດ້ເຊື່ອມຕົວເຂົ້າກັບຊີວິດວັດທະນະທຳແລະຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງ. ໂດຍຜ່ານບັນດາຊຸດອາພອນ, ວິທີດຳລົງຊີວິດຢູ່ເຮືອນຮ້ານການເຄື່ອນໄຫວຜະລິດກະສິກຳພາເຂົ້າເຂັ້ມຂົ້ນໄປດ້ວຍສີສັນຫຼືບັນດາບົດເພງພື້ນເມືອງ.ນອກຈາກນັ້ນແຂກທ່ອງທ່ຽວຍັງໄດ້ເຫັນປະຈັກຕາ ທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານອີກດ້ວຍ”
      ມາຮອດເລິມບິ່ງ, ແຂກທ່ອງທ່ຽວຍັງໄດ້ຊີມບັນດາເຍື່ອງອາຫານພື້ນເມືອງຂອງຊາວເຜົ່າໄຕ, ຢ້າວ, ມົ້ງຄືເຂົ້າຫຼາມສົ້ມໝູ, ຊີ້ນຄວາຍແຫ້ງ,ຊາເຂົ້າມຸດ...ປັດຈຸບັນຢູ່ທ້ອງຖິ່ນແຫ່ງນີ້ຍັງມີນັບ 10 ຄອບຄົວເຮັດໂຮມສະເຕ ອັນໄດ້ສ້າງເປັນເຂດທ່ອງທ່ຽວຊຸມຊົນຢູ່ແຕ່ລະບ້ານ.ປັດຈຸບັນເມືອງເລິມບິ່ງໄດ້ຟື້ນຟູບັນດາງານບຸນປະເພນີຄື ງານບຸນລົງນາຢູ່ຕາແສງເທື້ອງເລິມ, ລັງການ, ງານບຸນໂດດໄຟຂອງພໍ່ແມ່ພີ່ນ້ອງເຜົ່າ ປ່າແທ່ນ ຕາແສງຮົ່ງກວາງ ບັນດາງານບຸນຂອງເມືອງເລິມບິ່ງແມ່ນເຂັ້ມຂົ້ນໄປດ້ວຍສີສັນພື້ນເມືອງທີ່ເປັນເອກະລັກ ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດເຂົ້າມາທ່ອງທ່ຽວໃນໂອກາດຕົ້ນລະດູບານໃໝ່.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top