• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ສູນ ອາຊຽນ - ຍີ່ປຸ່ນ ຕີລາຄາສູງບົດບາດປະທານ ອາຊຽນ ຂອງ ຫວຽດນາມ

      ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະຈັດຂຶ້ນຜ່ານທາງອອນລາຍ ໃນລະຫວ່າງວັນທີ 12 – 15 ພະຈິກ, ດ້ວຍຫົວຂໍ້ “ອາຊຽນ ສະໜິດຕະພັນ ແລະ ເປັນເຈົ້າການຮັບມື”. ເນື່ອງໃນໂອກາດນີ້, ທ່ານ Masataka Fujita, ເລຂາທິການໃຫຍ່ ສູນ ອາຊຽນ - ຍີ່ປຸ່ນ (AJC) ໄດ້ຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ ດ້ວຍຖານະບົດບາດເປັນປະທານ ອາຊຽນ 2020.

ທ່ານ Masataka Fujita, ເລຂາທິການໃຫຍ່ ສູນ ອາຊຽນ - ຍີ່ປຸ່ນ (ພາບ: TTXVN)
      ລະອຽດຄື, ທ່ານເລຂາທິການໃຫຍ່ Masataka Fujita ຕີລາຄາສູງບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ ປີ 2020. ທ່ານເນັ້ນໜັກວ່າ ຫວຽດນາມ ໄດ້ຈັດຕັ້ງສຳເລັດກອງປະຊຸມຂອງ ອາຊຽນ ທຸກຄັ້ງ ແລະ ຖືວ່າ ປີ 2020 ແມ່ນປີພິເສດພໍສົມຄວນ ເມື່ອບັນດາປະເທດທັງໝົດລ້ວນແຕ່ຖືກຜົນສະທ້ອນຈາກໂລກລະບາດ. ເຖິງຢ່າງໃດກໍຕາມ, ໂດຍແມ່ນປະເທດປະສົບຜົນສຳເລັດໃນວຽກງານຄວບຄຸມໂລກລະບາດໂຄວິດ - 19, ຫວຽດນາມ ບໍ່ພຽງແຕ່ສາມາດນຳໜ້າໃນການຄວບຄຸມໂລກລະບາດເທົ່ານັ້ນ ຫາກຍັງມີການຟື້ນຟູຢ່າງແຮງໃນຂະນະທີ່ຫຼາຍປະເທດຍັງຕ້ອງຮັບມືກັບໂລກລະບາດ ດ້ວຍຄວາມລຳບາກ. ທ່ານ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາມາດຕະການ ເຊິ່ງ ລັດຖະບານ ຫວຽດນາມ ໄດ້ຍົກອອກມາ ເພື່ອແນໃສ່ຟື້ນຟູເສດຖະກິດ ພາຍຫຼັງບັນດາຜົນກະທົບຫຍໍ້ທໍ້ຈາກໂລກລະບາດ. ຕາມທ່ານແລ້ວ, ນີ້ກໍແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ສະແດງກຳລັງແຮງຂອງປະເທດຊາດ./. 
(ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top