ຂ່າວສານ
ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະເຈລະຈາກັບພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ
ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ເນັ້ນໜັກວ່າການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ ໃນຮອບເວລາ 50 ປີຜ່ານມາ, ນັບແຕ່ເວລາສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1976 ແມ່ນມີຄວາມໝາຍປະຫວັດສາດ, ແມ່ນຂີດໝາຍສຳຄັນໃນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ - ໄທ, ພິເສດແມ່ນພາຍຫຼັງທີ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2025.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບ ໄທ, ປາດຖະໜາຢາກໃຫ້ສອງປະເທດສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍກັນພັດທະນາ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.
ສ່ວນພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ ຢັ້ງຢືນວ່າ: ພະບາດສົມເດັດພຣະເຈົ້າມະຫາຊີວິດ ແລະ ລາຊະອານາຈັກໄທ ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນການຮັດແໜ້ນນຳ້ໃຈລະຫວ່າງສອງປະເທດ ແລະ ປັບປຸງການພົວພັນຮ່ວມມື ຫວຽດນາມ -ໄທ ໃນທຸກຂົງເຂດ.
ຕອນຄ່ຳວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ພັນລະຍາ ເປັນເຈົ້າພາບງານລ້ຽງຕ້ອນຮັບພະບາດສົມເດັດພຣະເຈົ້າມະຫາວະຊິຣະລົງກອນ ແລະ ພຣະຣາຊີນີ ພ້ອມກັບຄະນະຜູ້ແທນຂັ້ນສູງລາຊະອານາຈັກໄທ ຢ່າງສົມກຽດ.
ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ເນັ້ນໜັກວ່າ:
“50 ປີຜ່ານມາແມ່ນໄລຍະທາງທີ່ເປັນໜ້າເອກອ້າງທະນົງໃຈ ເພື່ອໃຫ້ພວກເຮົາພ້ອມກັນຫວນຄືນ, ພ້ອມທັງແມ່ນໄລຍະທາງເປີດສາກໃຫ້ແກ່ບັນດາບາດກ້າວທີ່ຍາວໄກກວ່າ. ຫວຽດນາມ ປາດຖະໜາຢາກພ້ອມກັບໄທ ສ້າງການພົວພັນທີ່ນັບມື້ນັບແທ້ຈິງ, ໃນນັ້ນ, ຜົນສຳເລັດຂອງປະເທດນີ້ຈະສ້າງໂອກາດພັດທະນາໃຫ້ປະເທດນັ້ນ. ຂ້າພະເຈົ້າເຊື່ອ ໝັ້ນວ່າ ລຸ້ນໜຸ່ມ 2 ປະເທດຈະສືບຕໍ່ສືບທອດບັນດາຜົນງານຂອງລຸ້ນກ່ອນ, ພ້ອມກັນສ້າງສານຳ້ໃຈມິດຕະພາບລະຫວ່າງສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່ນັບມື້ນັບໝັ້ນຄົງ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ, ກັບບັນດາຄວາມໝາຍສຳຄັນຂອງການຢ້ຽມຢາມ ຫວຽດນາມ ຂອງພະບາດສົມເດັດພຣະເຈົ້າມະຫາຊີວິດ ແລະ ພຣະຣາຊີນີ ຄັ້ງນີ້, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທ້ຈິງ ແລະ ໝັ້ນຄົງເຂັ້ມແຂງ”.
Viet Cuong







