ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະເຈລະຈາກັບພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ຕອນ​ເຊົ້າ​ວັນ​ທີ 15 ກັນ​ຍາ​, ຢູ່​ຮ່າ​ໂນ້ຍ​, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ (ແຕ່​ວັນ​ທີ 14 – 16 ກັນ​ຍາ​) ຂອງ ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ວະ​ຊິ​ຣະ​ລົງ​ກອນ ແລະ ພຣະ​ຣາ​ຊີ​ນີ ສຸ​ທິ​ດາ​, ພາຍ​ຫຼັງ​ພິ​ທິ​ຕ້ອນ​ຮັບ​ທາງ​ການ​, ທ່ານ ໂຕ​ເລີມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ພົບປະ​ເຈລະ​ຈາ​ກັບ​ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ ​ແຫ່ງ​ລາ​ຊະ​ອາ​ນາ​ຈັກໄທ​.
  ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ (ພາບ: VNA)  

ທີ່​ການພົບປະ​ເຈລະ​ຈາ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ໄດ້ເນັ້ນ​ໜັກວ່າ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງ​ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ ​ແຫ່ງ​ລາ​ຊະ​ອາ​ນາ​ຈັກໄທ ໃນ​ຮອບ​ເວລາ 50 ປີ​ຜ່ານ​ມາ​, ນັບ​ແຕ່​ເວລາ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1976 ແມ່ນມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​, ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ໄທ​, ພິ​ເສດ​ແມ່ນ​ພາຍ​ຫຼັງ​ທີ່​ສອງ​ປະ​ເທດ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ປີ 2025.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ຢັ້ງ​ຢືນວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ​, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ໄທ​, ປາດ​ຖະ​ໜາ​ຢາກ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​, ໜູນ​ຊ່ວຍ​ກັນ​ພັດ​ທະ​ນາ​, ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ​.

​ສ່ວນ​ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ ​ແຫ່ງ​ລາ​ຊະ​ອາ​ນາ​ຈັກໄທ ຢັ້ງ​ຢືນ​ວ່າ​: ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ ແລະ ລາ​ຊະ​ອາ​ນາ​ຈັກໄທ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​, ສະ​ໜັບ​ສະ​ໜູນການ​ຮັດ​ແໜ້ນ​ນຳ​້​ໃຈ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ -ໄທ ໃນ​ທຸກ​ຂົງ​ເຂດ​.

  ການນຳສອງປະເທດທີ່ງານລ້ຽງຈັດຢູ່ຮ່າໂນ້ຍ (ພາບ: VNA)  

ຕອນຄ່ຳວັນ​ດຽວ​ກັນ​, ຢູ່​ຮ່າ​ໂນ້ຍ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ແລະ ພັນ​ລະ​ຍາ ເປັນ​ເຈົ້າ​ພາບ​ງານ​ລ້ຽງຕ້ອນ​ຮັບ​ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ວະ​ຊິ​ຣະ​ລົງ​ກອນ ແລະ ພຣະ​ຣາ​ຊີ​ນີ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລາ​ຊະ​ອາ​ນາ​ຈັກ​ໄທ ​ຢ່າງສົມ​ກຽດ​​.

​ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ເນັ້ນ​ໜັກ​ວ່າ​:

“50 ປີ​ຜ່ານ​ມາ​ແມ່ນ​ໄລ​ຍະ​ທາງ​ທີ່​ເປັນ​ໜ້າ​ເອກອ້າງທະນົງໃຈ ເພື່ອ​ໃຫ້​ພວກ​ເຮົາ​ພ້ອມ​ກັນ​ຫວນ​ຄືນ​, ພ້ອມ​ທັງ​ແມ່ນ​ໄລ​ຍະ​ທາງ​ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ບາດ​ກ້າວທີ່​ຍາວ​ໄກ​ກວ່າ​. ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ໄທ ສ້າງ​ການ​ພົວ​ພັນທີ່​ນັບ​ມື້​ນັບແທ້​ຈິງ​, ໃນ​ນັ້ນ​, ຜົນ​ສຳ​ເລັດ​ຂອງປະ​ເທດ​ນີ້​ຈະ​ສ້າງ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ປະ​ເທດ​ນັ້ນ​. ຂ້າ​ພະ​ເຈົ້າ​ເຊື່ອ ໝັ້ນ​ວ່າ​ ລຸ້ນ​ໜຸ່ມ 2 ປະ​ເທດ​ຈະ​ສືບ​ຕໍ່​ສືບ​ທອດ​ບັນ​ດາ​ຜົນ​ງານ​ຂອງ​ລຸ້ນ​ກ່ອນ​, ພ້ອມ​ກັນ​ສ້າງ​ສາ​ນຳ​້​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ​. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ ດ້ວຍ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງດ້ານການ​ເມືອງ​ທີ່ນັບ​ມື້​ນັບ​ໝັ້ນຄົງ​, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​, ກັບບັນ​ດາ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ ແລະ ພຣະ​ຣາ​ຊີ​ນີ​ ຄັ້ງ​ນີ້​, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ໄທ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງເລິກ​ເຊິ່ງ​, ແທ້ຈິງ ແລະ ໝັ້ນ​ຄົງ​ເຂັ້ມ​ແຂງ​”.

Viet Cuong


top