• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ

      ຕອນບ່າຍວັນທີ 9 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຊຶ່ງພວມຢ້ຽມຢາມຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ
      ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມພາກພູມໃຈກ່ຽວກັບສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ທີ່ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ຕິດແທດຕົວຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ, ອັນໄດ້ນຳຜົນປະໂຫຍດອັນແທດຈິງມາສູ່ປະຊາຊົນແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ; ການນຳທັງ 2 ທ່ານໄດ້ຕີລາຄາສູງການສະໜັບສະໜູນ, ຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນຊຶ່ງ 2 ພັກ, 2 ລັດໄດ້ສະຫງວນໃຫ້ກັນ ແລະ ກັນນັບແຕ່ກ່ອນເປັນຕົ້ນມາ. 2 ຝ່າຍຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ຕົກລົງ ລະຫວ່າງ ການນຳຂັ້ນສູງ 2 ພັກ, 2 ລັດ; ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ ແລະ ສືບທອດໃຫ້ຄົນລຸ່ນຫຼັງ ເຊື່ອມຊຶມກ່ຽວກັບສາຍພົວພັນແບບພິເສດນີ້.
         ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດໃນປະຈຸບັນ, ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ໂລກ ພ້ອມກັບບາງມາດຕະການຊຸກຍູ້ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວໃນໄລຍະທີ່ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

      

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 27 – 29 ມີນາຂອງທ່ານປະທານາທິບໍດີ ບຣທ່ານາຊິນ Lula da Silva ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ບຣາຊິນ.

Top