• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ສປຊຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນກັບບັນດາປະເທດ ອາຟະລິກາ, ໂດຍສະເພາະແມ່ນໃນຂົງເຂດກະສິກຳ.
  ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: TTXVN)  

ວັນທີ 07 ກໍລະກົດ, ຫົວໜ້າຄະນະປະຕິບັດງານບັນດາປະເທດປະຊາຄົມໃຊ້ພາສາຝລັ່ງ (ອົງການຝລັ່ງໂກໂພນີ) ໄດ້ພົບປະກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເພື່ອແລກປ່ຽນບັນດາບັນຫາທົ່ວໂລກໃນໂຄງການດຳເນີນງານຂອງສະຫະປະຊາຊາດ. ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ ຕ້ອງເປີດກວ້າງ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອົງການຝລັ່ງໂກໂພນີ (OIF) ກວ່າອີກ, ຍູ້ແຮງການປະຕິບັດ SDG, ພ້ອມທັງໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນກັບບັນດາປະເທດ ອາຟະລິກາ, ໂດຍສະເພາະແມ່ນໃນຂົງເຂດກະສິກຳ. ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານເອກອັກຄະລັດຖະທູດໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ COP 26 ກ່ຽວກັບເລື່ອງບັນລຸການປ່ອຍອາຍພິດເຮືອນແກ້ວລົງເປັນ 0 ໃນປີ 2050 ແລະ ສະເໜີໃຫ້ສະຫະປະຊາຊາດ ແລະ ອົງການ OIF ຄວນໃຫ້ການຮ່ວມມືເພື່ອໜູນຊ່ວຍບັນດາປະເທດພວມພັດທະນາ ປະຕິບັດຄຳໝັ້ນສັນຍາຂອງຕົນໃນຂົງເຂດດັ່ງກ່າວ.

ສ່ວນທ່ານເລຂາທິການໃຫຍ່ສະຫະປະຊາຊາດໄດ້ຕີລາຄາສູງຄຳໝັ້ນສັນຍາຢ່າງແຮງ ແລະ ການກະທຳຢ່າງຮີບດ່ວນຂອງ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານກໍ່ເຫັນດີຕໍ່ຂໍ້ສະເໜີຂອງ ຫວຽດນາມ, ຖືວ່າ ການຮ່ວມມື ໃຕ້-ໃຕ້ ແລະ ຮ່ວມມື 3 ຝ່າຍມີຄວາມໝາຍສຳຄັນທີ່ສຸດໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດກໍ່ຊົມເຊີຍແນວຄິດສ້າງໂຄງການກະທຳລະຫວ່າງສະຫະປະຊາຊາດ - ອົງການOIF ເພື່ອຜັນຂະຫຍາຍ OCA ແລະ ໃຫ້ຮູ້ວ່າ ຈະເຮັດວຽກກັບຄະນະເລຂາອົງການ OIF ກ່ຽວກັບຂໍ້ສະເໜີດັ່ງກ່າວຢ່າງລະອຽດ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ​້ນ​ສຸດ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ Fukuoka ກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ.

Top