• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍິນ ຕ້ອນຮັບເອກອັກຄະລັດຖະທູດ ຈີນ

ຕອນບ່າຍວັນທີ 31 ມັງກອນ, ທ່ານ ຫງວຽນທ້ຽນເຍິນ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ ສູງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ ຫວຽດນາມ.

ທີ່ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍີນ ໄດ້ເນັ້ນໜັກວ່າ ນະຄອນ ໂຮ່ຈີມິນ ປາດຖະໜາຢາກໄດ້ຮັບການແບ່ງປັນບົດຮຽນຈາກບັນດາຕົວເມືອງພັດທະນາໃນໂລກ, ໃນນັ້ນ ມີ ຈີນ ກ່ຽວກັບການຄຸ້ມຄອງພົນລະເມືອງ, ຈັດຕັ້ງລະບົບຄົມມະນາຄົມ, ຄຸ້ມຄອງແຫຼ່ງນ້ຳ ແລະ ພັດທະນາເຮືອນຢູ່ໃຫ້ປະຊາຊົນ.

        ສ່ວນທ່ານເອກອັກຄະລັດຖະທູດ ສູງປົວ ຢືນຢັນວ່າ: ຈີນ ແລະ ນະຄອນ ໂຮ່ຈີມິນ ມີຄວາມສາມາດບົ່ມຊ້ອນຮ່ວມມືຫລາຍຢ່າງໃນຂົງເຂດພັດທະນາເຕັກໂນໂລຊີ ແລະ ພັດທະນາພື້ນຖານເສດຖະກິດໃຫ້ມີຄຸນນະພາບສູງ. ທ່ານເອກອັກຄະລັດຖະທູດຖືວ່າ: ດ້ວຍຄວາມສາມາດບົ່ມຊ້ອນ ແລະ ການພັດທະນາທີ່ຂະຫຍັນຂັນເຄື່ອນ, ນະຄອນ ໂຮ່ຈີມິນ ມີກາລະໂອກາດປະສົບຜົນສຳເລັດຫລາຍຢ່າງ ເພື່ອກາຍເປັນທ້ອງຖິ່ນນຳໜ້າໃນການໝູນໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີສະຫລາດເຂົ້າໃນການຜະລິດ.

        ແລະກໍ່ໃນຕອນບ່າຍວັນທີ 31 ມັງກອນ (ກົງກັບວັນທີ 26 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໂດຍທ່ານ ຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ນຳໜ້າໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາອົງການສາສະໜາໃນບໍລິເວນນະຄອນ ໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top