• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພ​ີ່ມ​ທະ​ວີ​ວຽກ​ງານ​ສົມ​ທົບ​ກັນ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ AIDS ແລະ ການ​ປ້ອງ​ກັນ​ຕ້ານ​ໄພ​ຢາ​ເສບ​ຕິດ, ໂສເພນີ​ໄລ​ຍະ ປີ 2020 – 2025

ພິທີເຊັ່ນໂຄງການສົມທົບວຽກງານລະຫວ່າງ ສານປະຊາຊົນສູງສຸດ ແລະ ຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກ AIDS ແລະ ການປ້ອງກັນ, ຕ້ານໄພຢາເສບຕິດ, ໂສເພນີໄລຍະ 2020 – 2025 ທີ່ເກີດຂຶ້ນຢູ່ຮ່າໂນ້ຍໃນວັນທີ 14 ກໍລະກົດ.

ພິທີເຊັ່ນສັນຂໍ້ຕົກລົງລະຫວ່າງສານປະຊາຊົນສູງສຸດ ແລະ ຄະນະກຳມະການແຫ່ງຊາດປ້ອງກັນ, ຕ້ານໂລກລAIDS ແລະ ປ້ອງກັນ, ຕ້ານໄພຢາເສບຕິດ, ເພໂສນີ (ພາບ: dantri.com.vn)

ຕາມນັ້ນແລ້ວ, ໄລຍະ 2020 – 2025 ສອງຝ່າຍຈະປັບປຸງກົນໄກ, ນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໂລກ AIDS ແລະ ປ້ອງກັນ, ຕ້ານໄພຢາເສບຕິດ, ໂສເພນີໃຫ້ສົມບູນແບບ, ສົມທົບກັນຄົ້ນຄ້ວາເພື່ອຍື່ນສະເໜີໃຫ້ປັບປຸງ, ເພີ່ມເຕີມບາງຮ່າງກົດໝາຍຄື: ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານ HIV/AIDS…ເຂົ້າຮ່ວມແລະກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກ AIDS ແລະ ການປ້ອງກັນ, ຕ້ານໄພຢາເສບຕິດ, ໂສເພນີເນັ້ນໜັກວ່າ:

        ສິ່ງທີ່ເປັນໜ້າວິຕົກກັງວົນນັ້ນແມ່ນ ມາຮອດປັດຈຸບັນທົ່ວໂລກຍັງບໍ່ມີແຜນການບຳບັດປິ່ນປົວຜູ້ຕິດຢາເສບຕິດໄດ້ເທື່ອ. ນີ້ແມ່ນສິ່ງທ້າທາຍອັນຍິ່ງໃຫຍ່. ພວກຂ້າພະເຈົ້າຫວັງວ່າ ການສົມທົບນີ້ຈະສືບຕໍ່ໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top