• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ, ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ສາຍ​ພົວ​ພັນ ຫວຽດ​ນາມ ແລະ ອາ​ຟະ​ລິ​ກາ

ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ຮ່າ​ໂນ້ຍ), ທ່ານ​ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ/ອຸ​ປະ​ທູດ​ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ ປະ​ຈຳ ຫວຽດ​ນາມ.
  ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ ເລ​ຮ​ວ່າຍ​ຈູງ ສົນ​ທະ​ນາ​ກັບ​ບັນ​ດາ​ຜູ້​ແທນ (ພາບ: TTXVN)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ ອາ​ຟະ​ລິ​ກາ ຄັ້ງ​ທີ 63 (25 ພຶດ​ສະ​ພາ 1963 – 25 ພ​ຶດ​ສະ​ພາ 2026), ທ່ານລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈູງ ໄດ້​ສົ່ງ​ຄຳ​ອວຍ​ພອນ​ທີ່​ສຸດ​ຈິດ​ສຸດ​ໃຈ​ເຖິງ​ລັດ​ຖະ​ບານ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ ແລະ ປະ​ຊາ​ຄົມ​ຊາວ ອາ​ຟະ​ລິ​ກາ ທັງ​ໝົດ​ທີ່​ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ເພື່ອ​ສ້​າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ສາຍ​ພົວ​ພັນລະ​ຫວ່າງ ອາ​ຟະ​ລິ​ກາ ແລະ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈູງ ສະ​ເໜີ​ໃຫ້​ຕ້ອງ​ມ​ີ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ບັນ​ດາ​ຂົງ​ເຂດ, ເຊັ່ນ: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ພະ​ລັງ​ງານ, ສະ​ບຽງ​ອາ​ຫານ, ສາ​ທາ​ລະ​ນະ​ສຸກ, ບັນ​ດາ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່, ການ​ຮ່ວມ​ມື​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ. ທ່ານ​ກໍ​ຖື​ວ່າ ຕ້ອງ​ມີ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ, ລວມ​ທັງ​ສອງ​ຝ່າຍ ແລະ ສາ​ມ​ຝ່າຍ, ແນ​ໃສ່​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ, ຂໍ້​ລິ​ເລີ່ມ​ຮ່ວມ​ມືອີກ​ດ້ວຍ.

ສ່ວນ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ/ອຸ​ປະ​ທູດ​ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ ປະ​ຈຳ ຫວຽດ​ນາມ ໄດ້​ເນັ້​ນ​ໜັກ​ວ່າ ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ ຕີ​ລາ​ຄ​າ​ສູງ​ກຳ​ລັງ​ຄວາມ​ສາ​ມາ​ດ, ຖື ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ແມ່ນ​ແບບ​ຢ່າງ​ພັດ​ທະ​ນາ, ພ້ອມ​ທັງ​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ເປີດກວ້າງ​ການ​ຮ​່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ສາ​ທາ​ລະ​ນະ​ສຸກ, ປຸງ​ແຕ່ງ​ແຮ່​ທາດ, ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ການ​ທ່ອງ​ທ່ຽວ​ໃຫ້ຫຼາຍກວ່າ​ອີກ.

(ແຫຼ່ງຄັດຈາກ VOV)

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ງານ​ບຸນ ດ່າ​ໜັງ Food Tour 2026 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສວນ​ສາ​ທາ​ລະ​ນະ ບຽນ​ດົ່ງ (ທະ​ເລ​ຕາ​ເວັນ​ອອກ). ໂດຍ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 20 – 24 ພຶ​ດ​ສະ​ພາ, ງານ​ບຸນ​ດັ່ງ​ກ່າວ​ແມ່ນ​ຈຸດ​ເນັ້ນ​ໜັກ​ໃນ​ລະ​ດູ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນ ດ່າ​ໜັງ 2026.

Top