ວັນທີ 21 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ (ຮ່າໂນ້ຍ), ທ່ານເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບ ແລະ ເຮັດວຽກກັບເອກອັກຄະລັດຖະທູດ/ອຸປະທູດບັນດາປະເທດ ອາຟະລິກາ ປະຈຳ ຫວຽດນາມ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ສົນທະນາກັບບັນດາຜູ້ແທນ (ພາບ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງວັນ ອາຟະລິກາ ຄັ້ງທີ 63 (25 ພຶດສະພາ 1963 – 25 ພຶດສະພາ 2026), ທ່ານລັດຖະມົນຕີ ເລຮວ່າຍຈູງ ໄດ້ສົ່ງຄຳອວຍພອນທີ່ສຸດຈິດສຸດໃຈເຖິງລັດຖະບານ, ປະຊາຊົນບັນດາປະເທດ ອາຟະລິກາ ແລະ ປະຊາຄົມຊາວ ອາຟະລິກາ ທັງໝົດທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ຫວຽດນາມ.
ເພື່ອສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ສາຍພົວພັນລະຫວ່າງ ອາຟະລິກາ ແລະ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ເລຮວ່າຍຈູງ ສະເໜີໃຫ້ຕ້ອງມີການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດ, ເຊັ່ນ: ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ພະລັງງານ, ສະບຽງອາຫານ, ສາທາລະນະສຸກ, ບັນດາຂົງເຂດຄວາມໝັ້ນຄົງແບບໃໝ່, ການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ. ທ່ານກໍຖືວ່າ ຕ້ອງມີບັນດາກົນໄກຮ່ວມມືທີ່ມີປະສິດທິຜົນ, ລວມທັງສອງຝ່າຍ ແລະ ສາມຝ່າຍ, ແນໃສ່ແບ່ງປັນບັນດາບົດຮຽນ, ຂໍ້ລິເລີ່ມຮ່ວມມືອີກດ້ວຍ.
ສ່ວນບັນດາເອກອັກຄະລັດຖະທູດ/ອຸປະທູດບັນດາປະເທດ ອາຟະລິກາ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ ບັນດາປະເທດ ອາຟະລິກາ ຕີລາຄາສູງກຳລັງຄວາມສາມາດ, ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ແມ່ນແບບຢ່າງພັດທະນາ, ພ້ອມທັງມີຄວາມປາດຖະໜາຢາກເປີດກວ້າງການຮ່ວມມືໃນບັນດາຂົງເຂດຄື ຄວາມໝັ້ນຄົງດ້ານສະບຽງອາຫານ, ສາທາລະນະສຸກ, ປຸງແຕ່ງແຮ່ທາດ, ການສຶກສາ - ບຳລຸງສ້າງ ແລະ ການທ່ອງທ່ຽວໃຫ້ຫຼາຍກວ່າອີກ.