• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ສ​ະ​ຫະ​ພັນ ລັດ​ເຊຍ ເຂົ້າສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິ​ດ​ທິ​ຜົນ

ພິ​ທີ​ຕ້ອນ​ຮັບ​ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຊາດ ຫວຽດ​ນາມ ຢ້ຽມ​ຢາມ​ ສະ​ຫະ​ພັນ​ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ພ້ອມ​ທັງ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 2 ໃນ​ຂົງ​ເຂດ​ທະ​ເລ, ໄດ້​ດໍ​າ​ເນີນ​ໃນ​ວັນ​ທີ 21 ພຶດ​ສະ​ພາ, ຢູ່ ມົດ​ສະ​ກູ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ Andrey Belousov ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ.
  ພິ​ທີ​ຕ້ອນ​ຮັບທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ (ພາບ: VOV)  

ໃນ​ການ​ພົບ​ປະ​ສົນ​ທະ​ນາ​ທີ່​ໄດ້​ດຳ​ເນີນ​ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ເອ​ກະ​ສານ​ຮ່ວມ​ມື​ສະ​ບັບ​ຕ່າງໆ​ທີ່​ໄດ້​ລົງ​ນາມ​ໃຫ້​ມີ​ປະ​ສິດ​ທິ​ຜົນ; ແລກ​ປ່ຽນ, ​ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ໃໝ່, ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ທັງ​ສອງ​ຝ່າຍ; ແລກ​ປ່ຽນ​ບົດ​ຮຽນ, ປະ​ສົບ​ການ; ຮ່ວມ​ມື​ກັນ​ໃນ​ຂົງ​ເຂດເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ, ການ​ສຶກ​ສາ ແລະ ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ປະ​ຫວັດ​ສາດ​ການ​ທະ​ຫານ​ຂອງ​ສອງ​ປະ​ເທດ; ຮ່ວມ​ມື​ກັນ​ບຳ​ລຸງ​ສ້າງ; ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສູນ​ເຂດ​ຮ້ອນ ຫວຽດນາມ - ລັດ​ເຊຍ ກັບ​ບັນ​ດາ​ກົມ​ກອງ​ຂອງ​ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ… ເນື່ອງ​ໃນ​ໂອ​ກາດ​ນີ້​, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຊາດ ຫວຽດ​ນາມ ​ກໍ່​ໄດ້​ເຊື້ອ​ເຊີນ​ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ພ້ອມ​ດ້ວຍ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ ລັດ​ເຊຍ ເຂົ້າ​ຮ່ວມ ແລະ ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ໃນ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ ຄັ້ງ​ທີ 3 ເຊິ່ງ​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ທັນ​ວາ 2026.

(ແຫຼ່ງຄັດຈາກ VOV)
  ການ​ພົບ​ປະ​ສົນ​ທະ​ນາ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: VOV)  

ທ່ານ Andrey Belousov ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ພັນ ລັດ​ເຊຍ ຢັ້ງ​ຢືນ​ວ່າ ຍາມ​ໃດ​ກໍ​ສະ​ໜັບ​ສະ​ໜູນ ແລະ ກຽມ​ພ້ອມ​ຊຸກ​ຍູ້ກ​ານ​ຮ່ວມ​ມື​ກັບ​ກະ​ຊວງ​ປ​້ອງ​ກັນ​ປະ​ເທດ ຫວຽດ​ນາມ ໃນ​ບັນ​ດາ​ຂົ​ງ​ເຂດ​ໃໝ່ທີ່​ສອດ​ຄ່ອງ​ກັບ​ຄວາມ​ສາ​ມາດ ແລະ ເງື່ອນ​ໄຂ​ຂອງ​ແຕ່​ລະ​ຝ່າຍ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ແລະ ປູກ​ຕົ້ນ​ໄມ້​ທີ່​ລະ​ນຶກ ແລະ ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ນະ​ຄອນຫຼວງ ມົດ​ສະ​ກູ.

(ແຫຼ່ງຄັດຈາກ VOV)

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ງານ​ບຸນ ດ່າ​ໜັງ Food Tour 2026 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສວນ​ສາ​ທາ​ລະ​ນະ ບຽນ​ດົ່ງ (ທະ​ເລ​ຕາ​ເວັນ​ອອກ). ໂດຍ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 20 – 24 ພຶ​ດ​ສະ​ພາ, ງານ​ບຸນ​ດັ່ງ​ກ່າວ​ແມ່ນ​ຈຸດ​ເນັ້ນ​ໜັກ​ໃນ​ລະ​ດູ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນ ດ່າ​ໜັງ 2026.

Top