• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຮັບ​ຮູ້​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ຜົນ​ຮ້າຍ​ຂອງ​ຢາ​ສູບ

ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ອະ​ນາ​ໄມ ໂລກ ຄັ້ງ​ທີ 79 (WHA79) ໄດ້​ດຳ​ເນີນ​ແຕ່​ວັນ​ທີ 18 – 22 ພຶດ​ສະ​ພາ, ຢູ່ ເຊີ​ແນວ, ປະ​ເທດ​ສະ​ວິດ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້​ຈັດ​ພິ​ທີ​ມອບ​ໃບ​ຢັ້ງ​ຢືນ​ເພື່ອ​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ ແລະ ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຂອງ​ຢາ​ສູບ.

ນີ້​ແມ່ນ​ການ​ຮັບ​ຮູ້​ຂອງ​ປະ​ຊາ​ຄົມ​ສາ​ກົນ​ຕໍ່​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາຍ​າມ​ ແລະ ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ການ​ສ້າງ​ນະ​ໂຍ​ບາຍ, ປັບ​ປຸງ​ກົດ​ໝາຍ, ການໂຄ​ສະ​ນາ​ເຜີຍ​ແຜ່​ຍົກ​ສູງ​ຈິດ​ສຳ​​ນຶກ​ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ກິດ​ຈະ​ກຳ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຂອງ​ຢາ​ສູບ​ໃນ​ໄລ​ຍະ​ຜ່ານ​ມາ.

  ສຳ​ນັກ​ງານ WHO ຢູ່ ເຊີ​ແນວ, ປະ​ເທດ​ສະ​ວິດ (ພາບ: REUTERS/Denis Balibouse)  

ເມື່​ອ​ເຂົ້າ​ຮ່ວມ WHA 79, ຄະ​ນະ​ຜູ້​ແທນ​ຂອງ​ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ໂດຍ​ທ່ານ ປອ. ທ່ານ​ໝໍ ຫວູ​ແມ້​ງ​ຮ່າ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ເຂົ້າ​ຮ່ວມຫຼາຍ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ. ໃນ​ນັ້ນ, ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫວູ​ແມ້ງ​ຮ່າ ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ. ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ປະ​ກອບ​ສ່ວນ​ແຫຼ່ງ​ກຳ​ລັງ ແລະ ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຢ່າງ​ແໜ້ນ​ແຟ້ນ ແນ​ໃສ່​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ​ທີ່​ປອດ​ໄພ, ຍຸ​ຕິ​ທຳ ແລະ ມີ​ຄວາມ​ທົນ​ທານ​ທີ່​ດີ​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ອະ​ນາ​ຄົດ.

(ແຫຼ່ງຄັດຈາກ VOV)

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ຄົ້ນ​ຫາ​ງານ​ບຸນ​ອາ​ຫານ​ການ​ກິນ ດ່າ​ໜັງ Food Tour ປີ 2026 ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ

ງານ​ບຸນ ດ່າ​ໜັງ Food Tour 2026 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ພຶດ​ສະ​ພາ, ຢູ່​ສວນ​ສາ​ທາ​ລະ​ນະ ບຽນ​ດົ່ງ (ທະ​ເລ​ຕາ​ເວັນ​ອອກ). ໂດຍ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 20 – 24 ພຶ​ດ​ສະ​ພາ, ງານ​ບຸນ​ດັ່ງ​ກ່າວ​ແມ່ນ​ຈຸດ​ເນັ້ນ​ໜັກ​ໃນ​ລະ​ດູ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ຮ້ອນ ດ່າ​ໜັງ 2026.

Top