ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ອະນາໄມ ໂລກ ຄັ້ງທີ 79 (WHA79) ໄດ້ດຳເນີນແຕ່ວັນທີ 18 – 22 ພຶດສະພາ, ຢູ່ ເຊີແນວ, ປະເທດສະວິດ, ອົງການອະນາໄມໂລກ (WHO) ໄດ້ຈັດພິທີມອບໃບຢັ້ງຢືນເພື່ອຮັບຮູ້ບັນດາການປະກອບສ່ວນ ແລະ ຜົນງານຂອງ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ.
ນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນຕໍ່ກັບບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ໃນການສ້າງນະໂຍບາຍ, ປັບປຸງກົດໝາຍ, ການໂຄສະນາເຜີຍແຜ່ຍົກສູງຈິດສຳນຶກ ແລະ ຜັນຂະຫຍາຍບັນດາກິດຈະກຳປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບໃນໄລຍະຜ່ານມາ.
ສຳນັກງານ WHO ຢູ່ ເຊີແນວ, ປະເທດສະວິດ (ພາບ: REUTERS/Denis Balibouse)
ເມື່ອເຂົ້າຮ່ວມ WHA 79, ຄະນະຜູ້ແທນຂອງກະຊວງສາທາລະນະສຸກ ຫວຽດນາມ ໂດຍທ່ານ ປອ. ທ່ານໝໍ ຫວູແມ້ງຮ່າ, ຮອງລັດຖະມົນຕີຜູ້ປະຈຳການກະຊວງສາທາລະນະສຸກ, ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວສອງຝ່າຍ ແລະ ຫຼາຍຝ່າຍ. ໃນນັ້ນ, ໃນກອງປະຊຸມຄົບຄະນະ, ທ່ານຮອງລັດຖະມົນຕີ ຫວູແມ້ງຮ່າ ໄດ້ມີບົດກ່າວຄຳເຫັນ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເພີ່ມທະວີການຮ່ວມມືສາກົນ ແນໃສ່ຮັບມືກັບບັນດາສິ່ງທ້າທາຍທາງດ້ານສາທາລະນະສຸກທົ່ວໂລກທີ່ນັບມື້ນັບເພີ່ມຂຶ້ນຢ່າງມີປະສິດທິຜົນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ແບ່ງປັນບົດຮຽນປະສົບການ, ປະກອບສ່ວນແຫຼ່ງກຳລັງ ແລະ ສົມທົບກັບບັນດາປະເທດ, ອົງການຈັດຕັ້ງສາກົນຢ່າງແໜ້ນແຟ້ນ ແນໃສ່ສ້າງລະບົບສາທາລະນະສຸກທົ່ວໂລກທີ່ປອດໄພ, ຍຸຕິທຳ ແລະ ມີຄວາມທົນທານທີ່ດີຕໍ່ບັນດາສິ່ງທ້າທາຍໃນອະນາຄົດ.