ພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຊາດ ຫວຽດນາມ ຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ, ພ້ອມທັງເປັນປະທານກອງປະຊຸມປຶກສາຫາລືຄັ້ງທີ 2 ໃນຂົງເຂດທະເລ, ໄດ້ດໍາເນີນໃນວັນທີ 21 ພຶດສະພາ, ຢູ່ ມົດສະກູ, ພາຍໃຕ້ການເປັນປະທານຂອງທ່ານ Andrey Belousov ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ.
ພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: VOV)
ໃນການພົບປະສົນທະນາທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍເອກະສານຮ່ວມມືສະບັບຕ່າງໆທີ່ໄດ້ລົງນາມໃຫ້ມີປະສິດທິຜົນ; ແລກປ່ຽນ, ລົງນາມໃນບັນດາເອກະສານຮ່ວມມືໃໝ່, ສອດຄ່ອງກັບຄວາມຕ້ອງການຂອງທັງສອງຝ່າຍ; ແລກປ່ຽນບົດຮຽນ, ປະສົບການ; ຮ່ວມມືກັນໃນຂົງເຂດເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການສຶກສາ ແລະ ໂຄສະນາເຜີຍແຜ່ກ່ຽວກັບປະຫວັດສາດການທະຫານຂອງສອງປະເທດ; ຮ່ວມມືກັນບຳລຸງສ້າງ; ຊຸກຍູ້ການຮ່ວມມືລະຫວ່າງສູນເຂດຮ້ອນ ຫວຽດນາມ - ລັດເຊຍ ກັບບັນດາກົມກອງຂອງກະຊວງປ້ອງກັນປະເທດ ລັດເຊຍ… ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຊາດ ຫວຽດນາມ ກໍ່ໄດ້ເຊື້ອເຊີນການນຳກະຊວງປ້ອງກັນປະເທດ ລັດເຊຍ ພ້ອມດ້ວຍວິສາຫະກິດອຸດສາຫະກຳປ້ອງກັນຊາດ ລັດເຊຍ ເຂົ້າຮ່ວມ ແລະ ວາງສະແດງຜະລິດຕະພັນໃນງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 3 ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນທັນວາ 2026.
(ແຫຼ່ງຄັດຈາກ VOV) ການພົບປະສົນທະນາລະຫວ່າງສອງຝ່າຍ (ພາບ: VOV)
ທ່ານ Andrey Belousov ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ ຢັ້ງຢືນວ່າ ຍາມໃດກໍສະໜັບສະໜູນ ແລະ ກຽມພ້ອມຊຸກຍູ້ການຮ່ວມມືກັບກະຊວງປ້ອງກັນປະເທດ ຫວຽດນາມ ໃນບັນດາຂົງເຂດໃໝ່ທີ່ສອດຄ່ອງກັບຄວາມສາມາດ ແລະ ເງື່ອນໄຂຂອງແຕ່ລະຝ່າຍ.
ກໍໃນວັນດຽວກັນ, ທ່ານພົນເອກ ຟານວັນຢາງ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສອນສະຖານປະທານ ໂຮ່ຈີມິນ ແລະ ປູກຕົ້ນໄມ້ທີ່ລະນຶກ ແລະ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ມົດສະກູ.