• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ມີເອກະສານທາງລັດຖະການສົ່ງໄປຍັງພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງຕ່າງໆ, ບັນດາອົງການສື່ມວນຊົນ, ອົງການຈັດຕັ້ງ, ວິສາຫະກິດ ສ້າງ page ເພື່ອເພີ່ມທະວີການແນະນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສື່ສັງຄົມອອນລາຍ ດ້ວຍຫຼາຍຮູບແບບທີ່ແຕກແຕ່າງກັນໃຫ້ເໝາະສົມກັບແຕ່ລະເປົ້າໝາຍ, ລັກສະນະວັດທະນະທຳຂອງເຂດພາກ.

ວັນທີ 13 ສິງຫາ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ມີເອກະສານທາງລັດຖະການສົ່ງໄປຍັງພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງຕ່າງໆ, ບັນດາອົງການສື່ມວນຊົນ, ອົງການຈັດຕັ້ງ, ວິສາຫະກິດ ສ້າງ page ເພື່ອເພີ່ມທະວີການແນະນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສື່ສັງຄົມອອນລາຍ ດ້ວຍຫຼາຍຮູບແບບທີ່ແຕກແຕ່າງກັນໃຫ້ເໝາະສົມກັບແຕ່ລະເປົ້າໝາຍ, ລັກສະນະວັດທະນະທຳຂອງເຂດພາກ; ອັບເດດຄຳແນະນຳ, ຂໍ້ກຳນົດຂອງຂະແໜງການສາທາລະນະສຸກ, ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາອົງການວິຊາການ; ເພີ່ມທະວີໂຄສະນາ, ເຜີຍແຜ່, ຮຽກຮ້ອງປະຊາຊົນສ້າງຕັ້ງແບບການກະທຳ, ຄວາມຊິນເຄີຍ, ທັກສະໃໝ່ໃນການປ້ອງກັນຕ້ານ, ໂລກລະບາດໂຄວິດ - 19.
(ພາບປະກອບ: TTXVN)

 ກໍກ່ຽວຂ້ອງເຖິງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຕອນເຊົ້າວັນທີ 14 ສິງຫາ, ຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນ ດ່າໜັງ ກໍໄດ້ອອກແຈ້ງການ ຢຸດຕິບັນດາການເຄື່ອນໄຫວໃນບໍລິເວນນະຄອນ ດ່າໜັງ ໂດຍຊົ່ວຄາວພາຍໃນ 7 ວັນ (ແຕ່ເວລາ 8 ໂມງຂອງວັນທີ 16 – 23 ສິງຫາ) ເພື່ອສຸມໃສ່ວຽງການສະກັດກັ້ນໂລກລະບາດ.

ສ່ວນຢູ່ນະຄອນ ໂຮ່ຈີມິນ, ວັນທີ 13 ສິງຫາ, ເຮືອບິນຂອງບໍລິສັດການບິນ Vietjet ໄດ້ຂົນສົ່ງເຄື່ອງຊ່ວຍຫາຍໃຈລະດັບສູງ ແລະ ທັນສະໄໝ ຈາກ ເຢຍລະມັນ ຈຳນວນ 200 ເຄື່ອງ ລົງຈອດຢູ່ສະໜາມບິນ ເຕິນເຊີນເຍິດ, ນະຄອນ ໂຮ່ຈີມິນ. ຈຳນວນເຄື່ອງຊ່ວຍຫາຍໃຈດັ່ງກ່າວ ຈະໄດ້ຈັດແບ່ງໃຫ້ໂຮງໝໍແນວໜ້າໃນບໍລິເວນນະຄອນ ໃນວັນທີ 14 ສິງຫາ, ສ່ວນຍັງເຫຼືອ ຈຶ່ງສືບຕໍ່ຈັດແບ່ງໃຫ້ບັນດາໂຮງໝໍຢູ່ ຮ່າໂນ້ຍ, ດົ່ງນາຍ ແລະ ກຽນຢາງ. ນີ້ແມ່ນຂອງຂວັນ ຂອງ ກຸ່ມບໍລິສັດ Sovico, ທະນາຄານການຄ້າຫຸ້ນສ່ວນພັດທະນານະຄອນ ໂຮ່ຈີມິນ ພ້ອມດ້ວຍ ບໍລິສັດການບິນ Vietjet  ເພື່ອຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ພາຍໃນປະເທດ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງ ບັນດາຜົນສຳເລັດເຊິ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ.

Top