• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ ຫວຽດ​ນາມ ແລະ ສິງ​ກະ​ໂປ

ການນຳສອງປະເທດ ໄດ້ປາດຖະໜາວ່າ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ໃນນັ້ນ ມີສອງອົງການນິຕິບັນຍັດ; ສືບຕໍ່ຮັກສາການພົບປະແລກປ່ຽນ ດ້ວຍບັນດາຮູບແບບທີ່ເໝາະສົມ; ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສົນທະນາແບບທາງໄກກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin (ພາບ: VOV)

ຕອນບ່າຍວັນທີ 14 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ມີການສົນທະນາແບບທາງໄກກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin. ການນຳສອງປະເທດ ໄດ້ປາດຖະໜາວ່າ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ໃນນັ້ນ ມີສອງອົງການນິຕິບັນຍັດ; ສືບຕໍ່ຮັກສາການພົບປະແລກປ່ຽນ ດ້ວຍບັນດາຮູບແບບທີ່ເໝາະສົມ; ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ສະພາແຫ່ງຊາດສອງປະເທດ ຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ຂອງການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື, ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການຂອງສະພາແຫ່ງຊາດ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ໂດຍສະເພາະແມ່ນໃນການສ້າງລະບອບລະບຽບການ, ການສ້າງສຳເລັດລະບົບກົດໝາຍກ່ຽວກັບການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ເຊິ່ງເປັນຂົງເຂດທີ່ ສິງກະໂປ ມີຫຼາຍບົດຮຽນ ແລະ ມີຄວາມບົ່ມຊ້ອນ; ປຶກສາຫາລືກ່ຽວກັບການຮັບຮອງ ໃບຢັ້ງຢືນການສັກວັກຊິນຂອງກັນ ເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບກົດລະບຽບໃນການໄປ - ມາ, ເຊື່ອມຕໍ່ຖ້ຽວບິນການຄ້າ ເມື່ອມີເງື່ອນໄຂພຽງພໍ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ການທ່ອງທ່ຽວລະຫວ່າງສອງປະເທດ. ຫວຽດນາມ ປາດຖະໜາຢາກຄົ້ນຄວ້າບົດຮຽນ ແລະ ຍຸດທະສາດໃໝ່ຂອງ ສິງກະໂປ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ເພື່ອສືບຕໍ່ຟື້ນຟູ ແລະ ພັດທະນາເສດຖະກິດ.

ໃນວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານ Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top