• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ

      ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເປັນຫົວໜ້າຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 24 – 25 ມິຖຸນາ 2019.

ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ (ພາບ:  VGP)
      ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເປັນຫົວໜ້າຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 24 – 25 ມິຖຸນາ 2019. ຕອນບ່າຍວັນທີ 24 ມິຖຸນາ,ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເຈລະຈາ ກັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ສອງຝ່າຍຢືນຢັນ ຈະສືບຕໍ່ເສີມສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ ແລະ ຖືວ່າ ນີ້ແມ່່ນກົດເກນຂອງການພັດທະນາ ມີຄວາມໝາຍເປັນຕາຍ. ສອງຝ່າຍໄດ້ຕີລາຄາສູງໝາກຜົນການຢ້ຽມຢາມ ແລະ ເຮັດວຽກໃນມໍ່ໆມານີ້ ຂອງການນໍາຂັ້ນສູງສອງປະເທດ, ເຫັນດີສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະ ໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງທີ 41 ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ຫວຽດນາມ - ລາວ. ສອງຝ່າຍຍັງແລກປ່ຽນກ່ຽວກັບການຮ່ວມມືທີ່ເວທີປາໄສພາກພື້ນ ແລະ ສາກົນ.

ການເຈລະຈາລະຫວ່າງສອງຝ່າຍ  (ພາບ:  VGP)
      ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຊື້-ຂາຍໄຟຟ້າ ຢູ່ໂຮງງານໄຟຟ້ານໍ້າຕົກ ນໍ້າຊໍາ 3 ລະຫວ່າງກຸ່ມບໍລິສັດໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ພົງຊັບທະວີ ຂອງລາວ.
        ແລະກໍໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເຮັດວຽກກັບທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄໍາມີ ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top