• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີອຳນາດນິຕິບັນຍັດ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

      ໃນລະຫວ່າງວັນທີ 4 – 5 ຕຸລາ, ທີ່ສຳນັກງານສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ອາເມລິກາ), ຄະນະກຳມະການກົດໝາຍ ສະມັດຊາໃຫຍ່ ສປຊ ຊຸດທີ 72 ໄດ້ຈັດຕັ້ງການປະຊຸມຕາມຫົວຂໍ້ “ອຳນາດນິຕິບັນຍັດລະດັບຊາດ ແລະ ສາກົນ”. 

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ (ພາບ: TTXVN)
      ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງບົດບາດພື້ນຖານຂອງອຳນາດນິຕິບັນຍັດໃນການຮັກສາສັນຕິພາບສະຖຽນລະພາບ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ປົກປັກຮັກສາສິດທິມະນຸດ; ອຳນາດນິຕິບັນຍັດລະດັບຊາດ ແລະ ສາກົນມີສ່ວນກ່ຽວຂ້ອງຢ່າງແໜ້ນແຟ້ນເຖິງການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ. ເລື່ອງຊຸກຍູ້ອຳນາດນິຕິບັນຍັດ ຕ້ອງອີງໃສ່ບັນດາຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ເປັນຕົ້ນແມ່ນຫຼັກການສະເໝີພາບອະທິປະໄຕ, ເຄົາລົບອະທິປະໄຕ, ເອກະລາດດ້ານການເມືອງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕ່າງໆ, ບໍ່ແຊກແຊງເຂົ້າວຽກງານພາຍໃນ ແລະ ແກ້ໄຂບັນດາການຂັດແຍ້ງກັນດ້ວຍສັນຕິວິທີ. ທ່ານນາງເອກອັກຄະລັດຖະທູດກໍ່ຊີ້ແຈ້ງວ່າ ຫວຽດນາມ ພວມພ້ອມກັບບັນດາປະເທດ ອາຊຽນ ມານະພະຍາຍາມສ້າງ ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
 (ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top