• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ກຳປູເຈຍ

      ຕອນຄ່ຳວັນທີ 11 ທັນວາ, ສະຖານທູດແຫ່ງລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ທີ່ຮ່າໂນ້ຍ ໄດ້ຈັດງານລ້ຽງຂ່ຳນັບຊົມເຊີຍ 64 ປີແຫ່ງວັນຊາດລາຊະອານາຈັກກຳປູເຈຍ (09 ພະຈິກ 1953 – 09 ພະຈິກ 2017) ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກຳປູເຈຍ (24 ມິຖຸນາ 1967 – 24 ມິຖຸນາ 2017).

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ
(ພາບ: VTV)
      ທີ່ງານລ້ຽງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາອົງການ, ຄະນະ, ຂະແໜງການທີ່ກ່ຽວຂ້ອງລະຫວ່າງ 2 ປະເທດ ໄດ້ຈັດຕັ້ງບັນດາເຫດການໃນປີມິດຕະພາບຫວຽດນາມ - ກຳປູເຈຍ ຢ່າງມີຄວາມໝາຍ, ແທດຈິງ ແລະ ມີປະສິດທິຜົນ; ປະກອບສ່ວນສຶກສາປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມໃຫ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ຊາດ.
        ສ່ວນທ່ານເອກອັກຄະລັດຖະທູດກຳປູເຈຍ ປະຈຳຫວຽດນາມ Prak Nguon Hong ເນັ້ນໜັກວ່າ, ການພົວພັນລະຫວ່າງ 2 ປະເທດພວມພັດທະນາອັນດີງາມໃນຫຼາຍດ້ານ, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນ 2 ປະເທດ. 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ; ທາງດ້ານການຄ້າ ແລະ ການລົງທຶນໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top