• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ ຫວຽດນາມ ແລະ ລັດ Oregon, ປະເທດ ອາເມລິກາ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດສອງປະເທດ, ແລກປ່ຽນວັດທະນະທຳ - ການສຶກສາ ແລະ ຮ່ວມມືລະຫວ່າງລັດ Oregon.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດສອງປະເທດ, ແລກປ່ຽນວັດທະນະທຳ - ການສຶກສາ ແລະ ຮ່ວມມືລະຫວ່າງລັດ Oregon.

  ທ່ານນາງ Katherine Brown, ຜູ້ວ່າການລັດ Oregon, ປະເທດ ອາເມລິກາ ແລະ ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ   

ວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ຕ້ອນຮັບທ່ານນາງ Katherine Brown, ຜູ້ວ່າການລັດ Oregon, ປະເທດ ອາເມລິກາ  ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດສອງປະເທດ, ແລກປ່ຽນວັດທະນະທຳ - ການສຶກສາ ແລະ ຮ່ວມມືລະຫວ່າງລັດ Oregon ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ທ່ານນາງຜູ້ວ່າການລັດ Katherine Brown ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງລັດ Oregon.

ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານນາງ Katherine Brown, ຜູ້ວ່າການລັດ Oregon, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ຝ່າຍ ອາເມລິກາ ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ Oregon ສືບຕໍ່ພັດທະນາຢ່າງແຮງ, ປະກອບສ່ວນຕັ້ງໜ້າກ່ວາໃນການສ້າງຂົວເຊື່ອມຕໍ່ພັດທະນາລະຫວ່າງ ຫວຽດນາມ ແລະ ລັດ Oregon. ສ່ວນທ່ານນາງຜູ້ວ່າການລັດ Katherine Brown ປາດຖະໜາວ່າ ສອງຝ່າຍຊຸກຍູ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຊິ່ງເປັນໜຶ່ງໃນບັນດາຂະແໜງທ່າແຮງຂອງລັດ Oregon.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top