• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ກົດດີວົວ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ກົດດີວົວ ໃນລະຫວ່າງວັນທີ 18 – 19 ມິຖຸນາ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຫວໍ໊ວັນເຖື໋ອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ນໍາໜ້າ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Amadou Gon Coulibaly ແລະ ທ່ານປະທານສະພາແຫ່ງຊາດ Amadou Soumahoro ພ້ອມດ້ວຍບັນດາອົງການເຈົ້າໜ້າທີ່ຂອງປະເທດນີ້.

ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍ໊ວັນເຖື໋ອງ (ພາບ: TTXVN)

ເມື່ອແລກປ່ຽນກັບທ່ານນາຍົກລັດຖະມົນຕີ Amadou Gon Coulibaly, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍ໊ວັນເຖື໋ອງ ສະແດງຄວາມຂອບອົກຂອບໃຈ ທີ່ກົດດີວົວ ໄດ້ສະໜັບສະໜູນຕໍ່ເລື່ອງ ຫວຽດນາມ ອອກສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຫວຽດນາມ ໄດ້ມີຊີວິດການເປັນຢູ່ທີ່ເປັນປົກກະຕິ ຢູ່ ກົດດີວົວ. ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍ໊ວັນເຖື໋ອງ ສະເໜີວ່າ ເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນນັ້ນ ສອງຝ່າຍຄວນຊຸກຍູ້ການລົງນາມໃນສັນຍາວ່າແມ່ດ້ວຍການຮ່ວມມື ແລະ ສ້າງຕັ້ງຄະນະກໍາມະການປະສົມ, ເລີ່ມດໍາເນີນການເຈລະຈາ ແລະ ລົງນາມໃນສັນຍາວ່າດ້ວຍການສົ່ງເສີມ ແລະ ການອາລັກຂາການລົງທຶນ, ສັນຍາວ່າດ້ວຍການຫຼີກລ້ຽງເສຍພາສີຊ້ອນ ໂດຍໄວ. ສອງປະເທດສືບຕໍ່ສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສສາກົນ ແລະ ໃນພາກພື້ນ.

        ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ Amadou Soumahoro, ທ່ານ ຫວໍ໊ວັນເຖື໋ອງ ໄດ້ສົ່ງຄໍາເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕໍ່ທ່ານປະທານສະພາແຫ່ງຊາດ ກົດດີວົວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນໄວໆນີ້. ພ້ອມກັນນັ້ນ, ກໍສະເໜີຕໍ່ອົງການນິຕິບັນຍັດສອງປະເທດ ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນປະສົບການ; ສ້າງເງື່ອນໄຂສະດວກກ່ຽວກັບກອບນິຕິກໍາ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ເຊິ່ງສະພາແຫ່ງຊາດສອງປະເທດລ້ວນແຕ່ເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top