• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ

      ໃນຂອບເຂດການຢ້ຽມຢາມມິດຕະພາບ ຈີນ, ຕອນບ່າຍວັນທີ 27 ພະຈິກ, ຢູ່ນະຄອນຫຼວງປັກກິ່ງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ມີການເຈລະຈາ ກັບທ່ານປະທານ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ ຢູເຈີ້ງເຊິ່ງ.

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ໄກັບທ່ານປະທານ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ ຢູເຈີ້ງເຊິ່ງ (ພາບ: TTXVN)
   ທີ່ການເຈລະຈາ, ສອງຝ່າຍເປັນເອກະພາບ ສົມທົບກັນປະຕິບັດບາງເນື້ອໃນຄື: ຮ່າງບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມື ລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ ໄລຍະ 2019-2024 ໃຫ້ສຳເລັດ ເພື່ອລົງນາມໃນປີ 2019; ກະກຽມຈັດຕັ້ງການພົບປະມິດຕະພາບ ລະຫວ່າງ ແນວໂຮມປະເທດຊາດ 7 ແຂວງຊາຍແດນຂອງ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງ 2 ແຂວງ ກວາງສີ ແລະ ຢຸນໜານ ຂອງຈີນໃນປີ 2019; ນຳບັນດາການເຄື່ອນໄຫວຮ່ວມມື ລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ ເຂົ້າໃນແຜນການຈັດຕັ້ງ ການສະເຫຼີມສະຫຼອງ 70 ແຫ່ງວັນສ້າງຕັ້ງການພົວພັນການທູດ ລະຫວ່າງສອງປະເທດ ໃນປີ 2020.
      ກ່ອນໜ້ານັ້ນ, ທີ່ຫໍສະພາປະຊາຊົນ, ທ່ານເຈິ່ນແທັງເໜີນ ໄດ້ພົບປະກັບທ່ານປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ລີຊາງຈູ. ນະທີ່ນີ້, ທ່ານເຈິ່ນແທັງເໝີນ ສະເໜີສອງຝ່າຍ ເພີ່ມທະວີການຊີ້ນຳວຽກງານຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງ ສອງປະເທດຢ່າງເຂັ້ມງວດ, ເປັນຕົ້ນແມ່ນບັນດາບັນຫາທາງທະເລ, ສືບຕໍ່ນຳໃຊ້ບັນດາມາດຕະການທີ່ເໝາະສົມ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງຊາດ, ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ ລະຫວ່າງ ສອງປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

Top