• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງ ນະຄອນໂຮ່ຈີມິນ ແລະ ແຂວງ ຢູນນານ, ຈີນ

      ທ່ານ ຢ໋ວານເຈິ໊ງພາໃຫ້ຮູ້ວ່າ ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງ, ປູຊະນີຍະສະຖານຫຼາຍແຫ່ງ, ເລື່ອງນຳໃຊ້ເຕັກໂນໂລຢີຂອງແຂວງຢູນນານເຂົ້າໃນການປະຕິບັດບັນດາບໍລິການສາທາລະນຸປະໂພກ, ຈະດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ພັກຜ່ອນບຳລຸງສຸຂະພາບນັບມື້ນັບຫຼາຍຂຶ້ນ.


ທ່ານ ຫງວຽນແທງຟອງ, ປະທານຄະນະກະມະການປະຊາຊົນ ນະຄອນໂຮ່ຈີມິນໄດ້ໃຫ້ການຕ້ອນຮັບທ່ານ ຢ໋ວານເຈິ໊ງພາ,
ເຈົ້າແຂວງໆ ຢູນນານ (ຈີນ) (ພາບ: TTXVN)
      ຕອນຄ່ຳວັນທີ 31 ພຶດສະພາ, ທ່ານ ຫງວຽນແທງຟອງ, ປະທານຄະນະກະມະການປະຊາຊົນ ນະຄອນໂຮ່ຈີມິນໄດ້ໃຫ້ການຕ້ອນຮັບທ່ານ ຢ໋ວານເຈິ໊ງພາ, ເຈົ້າແຂວງໆ ຢູນນານ (ຈີນ) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນແທງຟອງ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ໄດ້ລົງນາມການຮ່ວມມືກັບ 8 ແຂວງ, ນະຄອນຂອງ ຈີນ, ໃນນັ້ນມີ ແຂວງຢູນນານ, ຜ່ານນັ້ນຢັ້ງຢືນການພົວພັນທີ່ເປັນມູນເຊື້ອຢ່າງດີງາມລະຫວ່າງ ຫວຽດນາມ ແລະ ຈີນເວົ້າລວມ, ລະຫວ່າງ ນະຄອນໂຮ່ຈີມິນກັບ ແຂວງ ຢູນນານ ເວົ້າສະເພາະມີການພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານ ຫງວຽນແທງຟອງ ສະເໜີໃຫ້ ສອງຝ່າຍສືບຕໍ່ຜັນຂະຫຍາຍການພົວພັນທີ່ເປັນມູນເຊື້ອອັນດີງາມ; ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຄືການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ເປັນຕົ້ນແມ່ນການຮ່ວມມືໄລຍະສັ້ນລະຫວ່າງສະຖາບັນພະນັກງານໂຮ່ຈີມິນ ແລະ ສະຖາບັນການປົກຄອງແຂວງ ຢູນນານ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ກໍ່ສ້າງພື້ນຖານໂຄງລ່າງ, ນະຄອນອັດສະລິຍະ ແລະ ຂະແໜງ Logistic.
        ໂດຍແຈ້ງໃຫ້ຊາບກ່ຽວກັບສະພາບເສດຖະກິດ - ສັງຄົມ ຂອງ ແຂວງ ຢູນນານ, ທ່ານ ຢ໋ວານເຈິ໊ງພາ ປາດຖະໜາຢາກຮ່ວມມືກັບນະຄອນໂຮ່ຈີມິນໃນຂົງເຂດການທ່ອງທ່ຽວ; ທ່ານໃຫ້ຮູ້ວ່າ ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງ, ປູຊະນີຍະສະຖານຫຼາຍແຫ່ງ, ເລື່ອງນຳໃຊ້ເຕັກໂນໂລຢີຂອງແຂວງຢູນນານເຂົ້າໃນການປະຕິບັດບັນດາບໍລິການສາທາລະນຸປະໂພກ, ຈະດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ພັກຜ່ອນບຳລຸງສຸຂະພາບນັບມື້ນັບຫຼາຍຂຶ້ນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top