• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ລາຊະອານາຈັກ ອັງກິດ

ນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ໄດ້ສະເໜີໃຫ້ອົງມົງກຸດລາຊະກຸມມານ Andrew ໃນຖານະຕຳແໜ່ງຂອງຕົນປະກອບສ່ວນເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງລາຊະອານາຈັກ ອັງກີດ ແລະ ຫວຽດນາມ ຫຼາຍກ່ວາອີກ

ທ່ານ ເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ (ເບື້ອງຂວາ) ແລະ ອົງມົງກຸດລາຊະກຸມມານ Andrew Albert Christian Edward
 

ຕອນບ່າຍວັນທີ 3 ທັນວາ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບອົງມົງກຸດລາຊະກຸມມານເຂດ York  Andrew Albert Christian Edward, ຂອງສະຫະລັດ ອັງກິດ ແລະ ອຽກລັງເໜືອ, ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນໂຮ່ຈີມິນ. ນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ໄດ້ສະເໜີໃຫ້ອົງມົງກຸດລາຊະກຸມມານ Andrew ໃນຖານະຕຳແໜ່ງຂອງຕົນປະກອບສ່ວນເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງລາຊະອານາຈັກ ອັງກີດ ແລະ ຫວຽດນາມ ຫຼາຍກ່ວາອີກ. ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍີນ ຫວັງວ່າ: ລາຊະອານາຈັກ ອັງກິດ ຈະແບ່ງປັນບົດຮຽນ ແລະ ຮຽກຮ້ອງ, ສົ່ງເສີມບັນດາວິສາຫະກິດ ອັງກິດ ລົງທຶນເຂົ້ານະຄອນໂຮ່ຈີມິນ ໃນບັນດາຂົງເຂດທີ່ລາຊະອານາຈັກອັງກິດ ມີທ່າແຮງ.

        ສ່ວນອົງມົງກຸດລາຊະກຸມມານ Andrew Albert Christian Edward ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ໄດ້ສະແດງໃຫ້ເຫັນຄວາມປາດຖະໜາຢາກເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ລາຊະອານາຈັກ ອັງກິດ ແລະ ຫວຽດນາມ. ອົງມົງກຸດລາດຊະກຸມມານ Andrew ເນັ້ນໜັກວ່າ: ປີ 2018, ບໍ່ພຽງແຕ່ແມ່ນໄລຍະທາງ 45 ປີທີ່ລາຊະອານາຈັກ ອັງກິດ ແລະ ຫວຽດນາມ ສ້າງຕັ້ງການພົວພັນທາງການທູດ ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍສຳຄັນໃນການສ້າງກາລະໂອກາດຫຼາຍຢ່າງເພື່ອໃຫ້ທັງລາຊະອານາຈັກ ອັງກິດ ແລະ ຫວຽດນາມ ສ້າງບັນດາໂຄງການຮ່ວມມືແທດຈິງລະຫວ່າງສອງປະເທດ, ໃນນັ້ນມີຂົງເຂດຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງ ອັງກິດ ແລະ ນະຄອນໂຮ່ຈີມິນ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top